logo

ບັນ​ດາ​ນັກ​ຮຽນ​ຄວ້າ​ໄດ້​ລາງວັນ Olympic ຕ້​ອ​ງ​ປຸກ​ລຸ​ກ​ມາ​ນະ​ຈິດ ແລະ ຄວາມ​ຄາດ​ຫວັງ​ທີ່​ໃຫຍ່ຫຼວງ​ເພື່ອ​ກາຍ​ເປັນ​ພົນ​ລະ​ເມືອ​ງ​​ໂລກ

2025/12/12 | 10:54:05
(VOVWORLD) -   ປີ 2025 ນີ້, ຫວຽດນາມ ມີ 7 ຄະນະນັກຮຽນເຂົ້າຮ່ວມການເສັງ Olympic ສາກົນ ແລະ ພາກພື້ນ, ດ້ວຍການເຂົ້າຮ່ວມຂອງນັກຮຽນ 37 ເທື່ອຄົນ. ນັກຮຽນທັງໝົດຂອງ ຫວຽດນາມ ທີ່ເຂົ້າຮ່ວມການເສັງລ້ວນແຕ່ຄວ້າໄດ້ລາງວັນ, ລວມມີ: ຫຼຽນຄຳ 13 ຫຼຽນ, ຫຼຽນເງິນ 16 ຫຼຽນ, ຫຼຽນທອງ 08 ຫຼຽນ.
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຫຼຽນໄຊແຮງງານໃຫ້ແກ່ນັກຮຽນ

ຕອນເຊົ້າວັນທີ 12 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ, ຮອງປະທານຜູ້ທີ 1 ສະພາແຂ່ງຂັນການຍ້ອງຍໍຊົມເຊີຍ ສູນກາງ ໄດ້ພົບປະ ແລະ ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ນັກຮຽກ 24 ຄົນ ທີ່ມີຜົນງານດີເດັ່ນໃນບັນດາການແຂ່ງຂັນ Olympic ສາກົນ ໃນວິຊາຕ່າງໆ ແລະ ການເສັງຄົ້ນຄວ້າວິທະຍາສາດເຕັກນິກສາກົນປີ 2025.

        ປີ 2025 ນີ້, ຫວຽດນາມ ມີ 7 ຄະນະນັກຮຽນເຂົ້າຮ່ວມການເສັງ Olympic ສາກົນ ແລະ ພາກພື້ນ, ດ້ວຍການເຂົ້າຮ່ວມຂອງນັກຮຽນ 37 ເທື່ອຄົນ. ນັກຮຽນທັງໝົດຂອງ ຫວຽດນາມ ທີ່ເຂົ້າຮ່ວມການເສັງລ້ວນແຕ່ຄວ້າໄດ້ລາງວັນ, ລວມມີ: ຫຼຽນຄຳ 13 ຫຼຽນ, ຫຼຽນເງິນ 16 ຫຼຽນ, ຫຼຽນທອງ 08 ຫຼຽນ.

ມອບຫຼຽນໄຊແຮງງານຊັ້ນ 2 ແລະ ຫຼຽນໄຊແຮງງານ ກ່າວຄຳເຫັນທີ່ການພົບປະ

ໃນໄລຍະຈະມາເຖິງ, ທ່ານຮອງປະທານປະເທດ ສະເໜີໃຫ້ຂະແໜງການສຶກສາຕ້ອງນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການ, ແບບວິທີບໍລິຫານ; ສ້າງຖັນແຖວຄູອາຈານທີ່ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ, ມີຄຸນສົມບັດ, ມີຄວາມຄາດຫວັງຢາກອຸທິດສ່ວນ; ສ້າງສະພາບແວດລ້ອມ ແລະ ກຳລັງໜູນເພື່ອໃຫ້ລຸ້ນໜຸ່ມພັດທະນາຢ່າງຮອບດ້ານ, ກາຍເປັນແຫຼ່ງກຳລັງທີ່ຍອດຍິ່ງ, ເປັນເຈົ້າຂອງອະນາຄົດຂອງປະເທດຊາດ.


TAG
VOV/VOVworld/​ລາງວັນ Olympic/ພົນ​ລະ​ເມືອງ​ໂລກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ