logo

ບັນ​ດາ​ປະ​ເທດ​ ອີ​ຢູ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ຂໍ້​ກຳ​ນົດ​ອຸດ​ສາ​ຫະ​ກຳ

2025/11/4 | 07:33:06
(VOVWORLD) -   ການກະທຳນີ້ຖືກຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ເອີລົບ ແນ່ໃສ່ປັບປຸງຄວາມສາມາດເປັນເຈົ້າການຍຸດທະສາດ...

(ພາບປະກອບ: Reuters)

     ວັນທີ  3 ພະຈິກ, ລັດຖະມົນຕີອຸດສາຫະກຳຂອງ 17 ປະເທດ ອີຢູ, ໃນນັ້ນມີ ເຢຍລະມັນ, ຝະລັ່ງ, ອີຕາລີ, ແອສະປາຍ ແລະ ໂປໂລຍ ໄດ້ພ້ອມກັນລົງນາມໃນຖະແຫຼງການ ແບກແລງ ແນໃສ່ຮຽກຮ້ອງດຳເນີນການປະຕິຮູບຢ່າງເລິກເຊິ່ງກ້ວາງຂວາງ ເພື່ອຫັນບັນດາຂໍ້ກຳນົດອຸດສາຫະກຳພາຍໃນກຸ່ມເປັນງ່າຍດາຍ. ຕາມເນື້ອໃນຂອງຖະແຫຼງການດັ່ງກ່າວ, ປະເທດຕ່າງໆ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພື້ນຖານອຸດສາຫະກຳປ້ອງກັນຊາດ ເອີລົບ ໃຫ້ເຂັ້ມແຂງກ່ວາ, ທັງຕອບສະໜອງຄວາມຕ້ອງການປ້ອງກັນຄວາມສະຫງົບ, ທັງໜູນຊ່ວຍພັດທະນາບັນດາຂົງເຂດພົນລະເຮືອນ. ນອກຈາກນັ້ນແລ້ວ, ຖະແຫຼງການ ແບກແລງ ກໍ່ໄດ້ຮຽກຮ້ອງສ້າງຕັ້ງບັນດາເຄື່ອງມືການເງິນໃໝ່ ເພື່ອຮັບປະກັນຄວາມສາມາດເຂົ້າເຖິງ ແລະ ປົກປ້ອງແຫຼ່ງສະໜອງວັດຖຸດິບຍຸດທະສາດ ຊື່ງຖືກຖືວ່າແມ່ນປັນໄຈແກ່ນສານໃຫ້ແກ່ຄວາມສາມາດແກ່ງແຍ້ງຂອງ ອີຢູ ໃນສະພາບຕ່ອງໂສ້ການສະໜອງທົ່ວໂລກມີການຜັນແປຢ່າງແຮງ.

  ການກະທຳນີ້ຖືກຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ເອີລົບ ແນ່ໃສ່ປັບປຸງຄວາມສາມາດເປັນເຈົ້າການຍຸດທະສາດ, ຫລຸດຜ່ອນການເອື້ອຍອີງບັນດາແຫຼ່ງສະໜອງພາຍນອກ ແລະ ເພີ່ມກຳລັງແກ່ງແຍ້ງໃຫ້ແກ່ບັນດາຂະແໜງອຸດສາຫະກຳຫຼັກຂອງກຸ່ມ.

TAG
VOV/VOVworld/ບັນ​ດາ​ປະ​ເທດ​ ອີ​ຢູ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ຂໍ້​ກຳ​ນົດ​ອຸດ​ສາ​ຫະ​ກຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ