![]() ການແຫ່ຂະບວນສະໜັບສະໜູນລັດຖະບານຊີຣີ
ຢູ່ນະຄອນLatakia ເມື່ອວັນທີ 15/3 (ພາບ: internet) |
Vovworld- ວັນທີ 16 ມີນາ, ລັດຖະມົນຕີການຕ່າງປະເທດ ຕຸຍນີຊີ, ເອຢິບ ແລະ ລີບີ ຖະແຫຼງວ່າ ວິກິດການຢູ່ຊີຣີຄວນໄດ້ຮັບການແກ້ໄຂຕາມຂອບເຂດຂອງອາຣັບ, ພ້ອມກັນນັ້ນ ກໍ ປະຕິເສດທຸກໆການແຊກແຊງດ້ານການທະຫານຈາກພາຍນອກເຂົ້າວຽກງານພາຍໃນຊີຣີ. ສຳນັກດຂ່າວສານ TAP ຂອງຕຸຍນີຊີ ໃຫ້ຮູ້ວ່າ ທີ່ການພົບປະຖືກຈັດຂຶ້ນຢູ່ນະຄອນຫຼວງ ຕູນິດ, ລັດຖະມົນຕີການຕ່າງປະເທດຂອງ 3 ປະເທດດັ່ງກ່າວ ພ້ອມກັນຖືວ່າ ຕ້ອງຢຸດຢິສະພາບການໃຊ້ຄວາມຮຸ່ນແຮງຢູ່ຊີຮີ ແລະ ຫວັງຢາກວິກິດການຢູ່ຊີຣີຄວນໄດ້ຮັບການແກ້ໄຂຕາມຂອບເຂດຂອງອາຣັບ ແລະ ຄັດຄ້ານທຸກໆການແຊກແຊງຈາກພາຍນອກ. ຕຸຍນີຊີ, ເອຢິບ ແລະ ລີບີ ຍັງເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືດ້ານຕຸລາການໃນການມອບສົ່ງຕົວບັນດາບຸກຄົນຖືກວ່າເປັນໄພນາບຂູ່ຕໍ່ຄວາມສະຫງົບ ແລະ ສະຖຽນລະພາບຂອງປະເທດເຫຼົ້ານັ້ນ.




