logo

ບັນ​ດາ​ມື​ປືນ ຮາ​ມາດລີ້​​ຕົວ​ຢູ່ Rafah ຈະ​ບໍ່​ຍອມ​ຈຳ​ນົນ

2025/11/10 | 09:51:06
(VOVWORLD) - ນັບແຕ່ເວລາຄຳສັ່ງຢຸດຍິງມີຜົນສັກສິດ ຢູ່ເຂດກາຊາໃນວັນທີ 10 ຕຸລາ, ເຂດ Rafah ໄດ້ເກີດມີການບຸກໂຈມຕີສອງຄັ້ງ ເລັ່ງໃສ່ກຳລັງ ອິດສະລາແອັນ, ເຮັດໃຫ້ນັກຮົບ3 ຄົນຂອງປະເທດນີ້ຖືກເສຍຊີວິດ. 

ວັນທີ 9 ພະຈິກ, ຂະບວນການອິດສະລາມ ຮາມາດ ໄດ້ປະກາດວ່າ, ບັນດາມືປືນຂຶ້ນກັບກຳລັງນີ້ພວມລີ້ຕົວ ຢູ່ Rafah, ທາງທິດໃຕ້ເຂດກາຊາ ຈະບໍ່ອອກຍອມຈຳນົນ ຕໍ່ອິດສະລາແອັນ. ນັບແຕ່ເວລາຄຳສັ່ງຢຸດຍິງມີຜົນສັກສິດ ຢູ່ເຂດກາຊາໃນວັນທີ 10 ຕຸລາ, ເຂດ Rafah ໄດ້ເກີດມີການບຸກໂຈມຕີສອງຄັ້ງ ເລັ່ງໃສ່ກຳລັງ ອິດສະລາແອັນ, ເຮັດໃຫ້ນັກຮົບ3 ຄົນຂອງປະເທດນີ້ຖືກເສຍຊີວິດ. ອິດສະລາແອັນ ກ່າວຫາ ຮາມາດປະຕິບັດບັນດາເຫດບຸກໂຈມຕີນີ້ ແລະ ດຳເນີນການໂຕ້ຕອບເຮັດໃຫ້ຊາວປາແລັດສະຕິນນັບສິບຄົນຢູ່ທີ່ນີ້ເສຍຊີວິດ. ກອງພັນ Al-Qassam, ເຊິ່ງແມ່ນກຳລັງປະກອບອາວຸດຂອງ ຮາມາດ ໄດ້ ຖືວ່າ ອິດສະລາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ເລື່ອງປະທະກັນກັບບັນດາມືປືນ, ເຊິ່ງແມ່ນຜູ້ຄົນທີ່ເຂົາເຈົ້າຄິດວ່າແມ່ນກຳລັງປ້ອງກັນຕົວເອງ,  ໃຫ້ຮູ້ວ່າເຂົາເຈົ້າບໍ່ຍອມຈຳນົນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກໄກ່ເກ່ຍຊອກຫາມາດຕະການເພື່ອຮັບປະກັນຄຳສັ່ງຢຸດຍິງສືບຕໍ່ໄດ້ປະຕິບັດ.

TAG
VOV/VOVworld/ອິດ​ສະ​ລາ​ແອັນ/ຮາ​ມາດ​ສ/ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ