logo

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

2025/11/13 | 12:55:11
(VOVWORLD) -  ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.
ບັນດາລັດຖະມົນຕີການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ (ພາບ: MANDEL NGAN/Pool via REUTERS)

ວັນທີ 12 ພະຈິກ, ລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມພາຍຫຼັງການປະຊຸມຢູ່ ເທດສະບານ Niagara-on-the-Lake, ປະເທດ ການາດາ. ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ຄື: ອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອາເມລິກາ ແລະ ຜູ້ຕາງໜ້າສະຫະພາບ ເອີລົບ (EU).

ກໍ່ກ່ຽວຂ້ອງກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ G7 ເນັ້ນໜັກວ່າ “ຄຳສັ່ງຢຸດຍິງໃນທັນທີມີຄວາມຈຳເປັນທີ່ສຸດ”. ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.

 ກ່ຽວກັບບັນຫາ ເຂດກາຊາ, G7 ກໍ່ສະແດງການສະໜັບສະໜູນຢ່າງແຮງຕໍ່ແຜນການຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເພື່ອແນໃສ່ຢຸດຕິການປະທະກັນຢູ່ພາກພື້ນ, ເນັ້ນໜັກເຖິງຄວາມຕ້ອງການໂດຍດ່ວນກ່ຽວກັບການມອບສົ່ງຊາກສົບຂອງບັນດາຕົວປະກັນ ແລະ ລົບລ້າງທຸກຂໍ້ຈຳກັດສຳລັບການໜູນຊ່ວຍທາງດ້ານມະນຸດສະທຳ ເຂົ້າດິນແດນນີ້.

TAG
VOV/VOVworld/​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ/G7

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ