logo

ບັນດາລັດຖະມົນຕີ ຈະຕອບຄຳຖາມ ຂອງປະຊາຊົນ ທາງໂທລະພາບ ປະຈຳອາທິດ

2012/3/10 | 13:57:02
ທ່ານ​ນາຍົກລັດ​ຖະມົນຕີ​ຊີ້​ນຳ​ໃຫ້​ລັດຖະມົນຕີ​ບັນດາ​ກະຊວງສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກັບ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ​ໂທລະພາບ ປະຕິບັດ​ລາຍການ“ປະຊາຊົນ​ຖາມ - ລັດຖ​ະມົນຕີ​ຕອບ​”


                                    ບັນດາທ່ານລັດຖະມົນຕີ
                                         ພາບປະກອບຈາກ internet

(vovworld) - ທ່ານ​ນາຍົກລັດຖ​ະມົນຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ​ມອບ​ໃຫ້​ປະຕູຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ​ໂທລະພາບ​ຫວຽດນາມ ສົມທົບ​ກັນ​ປະຕິບັດ​ລາຍການ “ປະຊາຊົນ​ຖາມ - ລັດຖ​ະມົນຕີ​ຕອບ​”. ທ່ານ​ນາຍົກລັດ​ຖະມົນຕີ​ຊີ້​ນຳ​ໃຫ້​ລັດຖະມົນຕີ​ບັນດາ​ກະຊວງ, ຫົວຫນ້າ​ບັນດາ​ອົງການ​ທຽບ​ເທົ່າ ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກັບ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ​ໂທລະພາບ​ຫວຽດນາມ ປະຕິບັດ​ລາຍການ​ດັ່ງກ່າວ​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່​ອ​ເປັນ​ເຈົ້າ​ການ, ​ອອກຂ່າວ​ກ່ຽວ​ກັບ​ຫນ້າ​ທີ່​ການ​ຄຸ້ມ​ຄອງ, ບໍລິຫານ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ຊຶ່ງ​ປະຊາຊົນ​ມີ​ຄວາມ​ສົນ​ໃຈຢ່າງ​ທັນ​ການ. ລາຍການ​ຈະ​ຖືກ​ອອກ​ອາກາດ​ດ້ວຍ​ເວລາ 5 -7 ນາທີ​ຜ່ານ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ລາຍການ​ຂ່າວ​ຂອງ​ໂທລະພາບ​ຫວຽດນາມ​ໃນ​ຕອນ​ຄຳ່​ປະຈຳອາທິດ.

TAG
ຕອບຄຳຖາມຂອງປະຊາຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ