logo

ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພິ​ເສດ, ຄອນ​ເສີດ ສະ​ແດງ​ພູມ​ປັນ​ຍາ, ຄວາມສະ​ຫງ່າ​ງາມ ແລະ ຄວາມ​ເອກ​ອ້າງ​ທະ​ນົ​ງ​ໃຈ​ຂອງ ຫວຽດ​ນາມ

2025/9/21 | 11:12:06
(VOVWORLD) - ຕອນຄ່ຳວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການຄອນເສີດ "V Fest - Vietnam Today" ເຊິ່ງດຳເນີນຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມ “V Fest – Vietnam Today”  (ພາບ: VTV)

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກເຮົາ ຍາມໃດກໍຖືເປັນສຳຄັນວັດທະນະທຳຂອງຊາດ, ລັດ, ລັດຖະບານ ພວມຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ, ການພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ; ມຸ່ງໄປເຖິງບັນດາເປົ້າໝາຍ: ປະຊາຊົນໄດ້ຊົມໃຊ້ພື້ນຖານວັດທະນະທຳອະລິຍະທຳ ແລະ ທັນສະໄໝ, ປະກອບສ່ວນຫັນພື້ນຖານວັດທະນະທຳທີ່ເຂັ້ມຂຸ້ມສີສັນຊາດອອກສູ່ໂລກ ແລະ ຮັບເອົາຈຸດວັດທະນະທຳທີ່ຍອດຍິ່ງຂອງມວນມະນຸດ; ບັນດານັກສິລະປະກອນ ໄດ້ປະກອບສ່ວນຢ່າງສຸດຈິດສຸດໃຈເພື່ອສິລະປະ, ເພື່ອການຊົມໃຊ້ຂອງປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະເທດຊາດ.

“V Fest – Vietnam Today” ແມ່ນເຫດການດົນຕີໃຫຍ່, ເພື່ອແນໃສ່ເຊີດຊູຄວາມງາມຂອງປະຊາຊົນ, ວັດທະນະທຳ ແລະ ປະເທດ ຫວຽດນາມ ໃນສັງກາດໃໝ່. ຍ້ອນໄດ້ຮັບການລົງທຶນຢ່າງລອບຄອບຖີ່ຖ້ວນ, “V Fest – Vietnam Today” ໄດ້ນຳມາເຊິ່ງລາຍການທີ່ເຕັມໄປດ້ວຍອາລົມຈິດ, ດຶງດູດຜູ້ເຂົ້າຊົມປະມານ 22.000 ຄົນ.

TAG
VOV/VOVworld/“V Fest – Vietnam Today”/ວັດທະນະທຳອະລິຍະທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ