logo

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

2025/12/5 | 11:26:40
(VOVWORLD) - ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.
ເດີ່ນຄ່ຽນຖ່າຍສິນຄ້າສົ່ງອອກຢູ່ທ່າກ່ຳປັ່ນສາກົນ ຫາຍຟ່ອງ

ໃນສະພາບການເສດຖະກິດທົ່ວໂລກຖືກກຳລັງກົດດັນຫຼາຍຢ່າງຈາກການເຕີບໂຕດ້ານການຄ້າຫຼຸດລົງ ແລະ ຄວາມຂາດສະຖຽນລະພາບດ້ານນະໂຍບາຍກໍຕາມ, ແຕ່ ຫວຽດນາມ ພວມພື້ນເດັ່ນຂຶ້ນຄືເປັນກໍລະນີພິເສດຂອງພາກພື້ນ. ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

        ດ້ວຍລະດັບ GDP ໃນໄຕມາທີ III/2025 ເພີ່ມຂຶ້ນເປັນ 8,23% ນັ້ນ, ຫວຽດນາມ ສືບຕໍ່ນຳໜ້າ 6 ພື້ນຖານເສດຖະກິດໃຫຍ່ສຸດໃນ ອາຊຽນ, ລວມມີ: ໄທ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຫວຽດນາມ. ໄລ່ສະເລ່ຍ 9 ເດືອນຕົ້ນປີ, GDP ເພີ່ມຂຶ້ນ 7,85% ຮັກສາການຢືນອັນດັບທີ 1 ໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນ. ສິ່ງທີ່ອົງການຈັດຕັ້ງສາກົນໃຫ້ການຕີລາຄາສູງພິເສດບໍ່ພຽງແຕ່ນອນຢູ່ໃນລະດັບຄວາມໄວໃນການເຕີບໂຕເທົ່ານັ້ນ ຫາກຍັງແມ່ນຄວາມດຸ່ນດ່ຽງໃນໂຄງປະກອບການເຕີບໂຕ ເມື່ອຮັບຮູ້ລະດັບການເພີ່ມຂຶ້ນຢ່າງຕັ້ງໜ້າຢູ່ບັນດາຂົງເຂດອຸດສາຫະກຳ - ການກໍ່ສ້າງ; ການບໍລິການ; ກະສິກຳ.

        ບົນພື້ນຖານນັ້ນ, ຫຼາຍອົງການຈັດຕັ້ງການເງິນສາກົນກໍ່ໄດ້ມີການດັດປັບຍົກລະດັບຄາດຄະເນການເຕີບໂຕຂອງ ຫວຽດນາມ ຂຶ້ນ. ທະນາຄານ HSBC ແລະ Standard Chartered ໄດ້ຍົກລະດັບການເຕີບໂຕຂອງ ຫວຽດນາມ ໃນປີ 2025 ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%.

      


TAG
VOV/VOVworld/ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ