logo

ບັນ​ດາ​ອົງ​ການ​ພັກ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດອຸ​ປະ​ຖຳ​ຊ່ວຍ​ເຫຼືອ ພໍ່​ແມ່​ປະ​ຊາ​ຊົນ​ແກ້​ໄຂ​ຜົນເສຍ​ຫາຍ​ຈາກ​ພາ​ຍຸ​ລູກ​ທີ 10 (Bualoi)

2025/10/3 | 10:31:11
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາລັດຖະກອນ, ພະນັກງານ, ຊາວຜູ້ອອກແຮງງານຂອງບັນດາອົງການຫ້ອງວ່າການສູນກາງພັກ ແຕ່ລະຄົນໄດ້ອຸປະຖຳຊ່ວຍເຫຼືອຢ່າງໜ້ອຍສຸດເງິນເດືອນ 1 ວັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ອຸປະຖຳຊ່ວຍເຫຼືອ ພໍ່ແມ່ປະຊາຊົນ (ພາບ: TTXVN)

ຕອນບ່າຍວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກ ໄດ້ຈັດການບໍລິຈາກຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາແຂວງ, ນະຄອນ (ນິງບິ່ງ, ແທັງຮ່ວາ, ເງະອານ, ຮ່າຕິງ, ເຫ້ວ, ດ່ານັ້ງ, ກ໋ວາງນິງ, ຫ໋າຍຝ່ອງ, ຮຶງອຽນ, ລາວກາຍ, ເຊີນລາ, ຝຸເທາະ, ຕວຽນກວາງ, ລ້າງເຊີນ, ກາວບັ່ງ, ໄທງວຽນ, ບັກນິງ) ທີ່ຖືກຜົນສະທ້ອນຈາກພາຍຸ Bualoi. ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາລັດຖະກອນ, ພະນັກງານ, ຊາວຜູ້ອອກແຮງງານຂອງບັນດາອົງການຫ້ອງວ່າການສູນກາງພັກ ແຕ່ລະຄົນໄດ້ອຸປະຖຳຊ່ວຍເຫຼືອຢ່າງໜ້ອຍສຸດເງິນເດືອນ 1 ວັນ.

ທີ່ການບໍລິຈາກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ບັນດາແຂວງ, ນະຄອນຕ້ອງລະດົມກຳລັງກອງທັບ, ຕຳຫຼວດ, ຊາວໜຸ່ມ ແລະ ຍານພາຫະນະຢ່າງທັນການເພື່ອຜັນຂະຫຍາຍວຽກງານຊອກຄົ້ນ, ກູ້ໄພກູ້ຊີບ; ຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຢູ່ທີ່ຖືກລົົມພັດຫຼັງຄາ, ເປ່ເພຍ້ອນພາຍຸ, ນ້ຳຖ້ວມ; ຈັດບ່ອນຢູ່ຊົ່ວຄາວ, ໜູນຊ່ວຍອາຫານ, ນ້ຳດື່ມ, ເຄື່ອງຂອງທີ່ຈຳເປັນໃຫ້ແກ່ຄອບຄົວທີ່ບໍ່ມີເຮືອນຢູ່, ບໍ່ປະໃຫ້ຜູ້ໃດຕ້ອງຫິວ, ໜາວ, ບໍ່ມີບ່ອນຢູ່, ບໍ່ມີເຄື່ອງນຸ່ງ. ແລະກໍ່ໃນຕອນແລງ, ວັນທີ 2 ຕຸລາ,ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດໄດ້ຈັດການອຸປະຖຳຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຕາມາຈາກໄພທຳມະຊາດ, ນ້ຳຖ້ວມ.

ຕອນເຊົ້າວັນທີ 3 ຕຸລາ,ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາຮອງນາຍົກລັດຖະມົນຕີ, ໝູ່ຄະນະຫ້ອງວ່າການລັດຖະບານ ແລະ ອົງການຊ່ວຍວຽກອົງຄະນະພັກລັດຖະບານ ໄດ້ເຂົ້າຮ່ວມການອຸປະຖຳ ໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຍ້ອນພາຍຸ, ນ້ຳຖ້ວມຂຶ້ນ, ແຕ່ລະຄົນອຸປະຖຳເງິນເດືອນ 1 ວັນ.

TAG
VOV/VOVworld/ອຸ​ປະ​ຖຳ​ຊ່ວຍ​ເຫຼືອ/ພໍ່​ແມ່​ປະ​ຊາ​ຊົນ/ພ​າ​ຍຸ/ນ້ຳ​ຖ້ວມ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ