logo

ບັນ​ດາ​ອົງ​ການ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ​ພາຍຫຼັງ​ພາ​ຍຸ Matmo ໂດຍ​ດ່ວນ

2025/10/10 | 07:53:23
(VOVWORLD) - ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ.
ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: congly.vn)

ຕອນບ່າຍວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມໄດ້ຈັດກອງປະຊຸມກັບບັນດາຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງໄພທຳມະຊາດ (DRRP),  ເພື່ອແນໃສ່ແບ່ງປັນຂໍ້ມູນກ່ຽວກັບສະພາບການນ້ຳຖ້ວມພາຍຫຼັງພາຍຸ ແລະ ປຶກສາຫາລືບັນດາມາດຕະການໜູນຊ່ວຍໂດຍດ່ວນ. ຕາມທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບແລ້ວ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ໄດ້ຜ່ານຜ່າໄພທຳມະຊາດກ່ວາ 20 ຮູບແບບ, ໃນນັ້ນມີ ພາຍຸ 6 ລູກທີ່ສົ່ງກໍ່ຜົນກະທົບໂດຍກົງເຖິງດິນຕໍ່ແຜ່ນ. ໄລ່ມາຮອດປັດຈຸບັນ, ໄພທຳມະຊາດ ໄດ້ເຮັດໃຫ້ມີ238 ຄົນເສຍຊີວິດ, ຜູ້ຖືກບາດເຈັບເກືອບ 400 ຄົນ, ຄາດວ່າຊັບສິນຖືກເສຍຫາຍມີມູນຄ່າປະມານ 1,3 ຕື້ USD. ມີເຮືອນນັບແສນຫຼັງຖືກຖະຫຼົ່ມ, ນ້ຳຖ້ວມ, ເນື້ອທີ່ປູກເຂົ້ານັບພັນເຮັກຕາຖືກນ້ຳຖ້ວມ, ມີໂຮງຮຽນ, ສຸກສາລາ ແລະ ກິດກະຈຳສາທາລະນະ ຫຼາຍແຫ່ງຖືກເປ່ເພ.

ເຂົ້າຮ່ວມກອງປະຊຸມ, ທ່ານນາງ Pauline Tamesis, ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ທັງເປັນປະທານຄູ່ຮ່ວມມືຫຼຸດ່ຜອນຄວາມສ່ຽງໄພທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືພັດທະນາປະສານສົມທົບເປັນເອກະພາບ, ຜັນຂະຫຍາຍມາດຕະການໜູນຊ່ວຍໂດຍໄວ ແລະ ມີປະສິດທິຜົນທີ່ສຸດໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ.

TAG
VOV/VOVworld/​ພາ​ຍຸ/Matmo/ໄພທຳມະຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ