logo

ບັນດາ “ເພື່ອນໜຸ່ມ” ເກິນເທີ ກັບພາບແຕ້ມແຜ່ນຕ່າງໆໃນຍາມເກີດໂລກລະບາດໂຄວິດ-19

2020/4/1 | 07:09:12
(VOVWORLD) -ພາຍຫຼັງການປຸກລະດົມໃນ 2 ຄັ້ງ, ມີພາບແຕ້ມ 50 ແຜ່ນຂອງພວກນ້ອງນ້ອຍ ເຍົາວະຊົນ ໄດ້ສົ່ງເຂົ້າມາງານປະກວດແຕ້ມຮູບ “ລະດົມການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19”.
ພາຍຫຼັງການປຸກລະດົມງານປະກວດ ແຕ້ມຮູບ “ລະດົມການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19”ໃນ 2 ຄັ້ງ, ມີພາບແຕ້ມ 50 ແຜ່ນທີ່ເປັນເອກະລັກສະເພາະ, ດ້ວຍບັນດາສານທີ່ແທດເໝາະກັບສະພາບຕົວຈິງຂອງບັນດານັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ດ່ວານທິດ໋ຽມ, ເມືອງ ນິງກ່ຽວ, ນະຄອນ ເກິນເທີ, ໄດ້ສົ່ງສານທີ່ວ່າ ຄວາມສາມັກຄີຈະສ້າງເປັນກຳລັງແຮງ ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ.
ພາບແຕ້ມມີຫຼາຍຫົວຂໍ້ຄື: ທົ່ວໂລກຮ່ວມແຮງຮ່ວມໃຈປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19; ບັນດາວິທີ ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19; ລະດົມກຳລັງໃຈຖັນແຖວແພດໝໍ, ບັນດາຜູ້ຢູ່ “ແນວໜ້າ” ໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19; ປາດຖະໜາຢາກມີວັກຊິນປິ່ນປົວໃຫ້ບັນດາຜູ້ຕິດໂລກລະບາດໂຄວິດ-19 ໂດຍໄວ…
ບັນດາພາບແຕ້ມເຫຼົ່ານີ້ຍັງໄດ້ສົ່ງເຂົ້າມາ ງານປະກວດ ພາບແຕ້ມໂດຍສະພາໜ່ວຍເຍົາວະຊົນສູນກາງ ຈັດຕັ້ງ.
ບັນດາພາບແຕ້ມມີຄວາມໝາຍຫຼາຍຢ່າງໄດ້ພິມ ແລະ ວາງສະແດງຢູ່ເຂດສາທາລະນະຂອງໂຮງຮຽນມັດທະຍົມຕອນຕົ້ນ ດ່ວານທິດ໋ຽມ.
ຜ່ານບັນດາພາບແຕ້ມ, ພວກນ້ອງໆຢາກສົ່ງສານທີ່ວ່າ ຢຶດໝັ້ນ, ເດັດດ່ຽວ ແລະ ປົກປ້ອງຕົນເອງຕໍ່ກັບໂລກລະບາດໂຄວິດ-19.
ພາບແຕ້ມ “ປະຊາຊົນ ເກິນເທີ ທຸກຄົນ ຕັດສິນໃຈຮັກສາ ສຸຂະພາບ ແລະ ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19” ຂອງນ້ອງ ຮີ່ນຫງວຽນທ໋າວອ໊ຽນ, ແຕ້ມສຳເລັດເປັນເວລາ 1 ອາທິດ.
ນ້ອງ ດ່າວຫງວຽນກິມຊວັນ, ຫ້ອງ ມໍ 2P1 ກັບພາບແຕ້ມ “ຕັດສິນໃຈປຸງແຕ່ງຢາຄວບຄຸມໂຄໂຣນາ” ສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມປາດຖະໜາຢາກໃຫ້ໂລກມີຄວາມຢູ່ເຢັນເປັນສຸກ ໂດຍໄວ.
ບໍ່ພຽງແຕ່ມີນັກຮຽນເທົ່ານັ້ນ, ຫາກນັບທັງສະມາຊິກໃນຄອບຄົວກໍ່ໄດ້ເຂົ້າຮ່ວມຂະບວນການແຕ້ມຮູບປຸກລະດົມພ້ອມກັບລູກຂອງຕົນ. ນ້ອງ ເລຖຸ໊ຍກວານ, ຫ້ອງ ມໍ 3A1, ພວມພ້ອມກັບອາຂອງຕົນແຕ້ມພາບໃຫ້ສຳເລັດ ດ້ວຍຫົວຂໍ້ “ຂອບໃຈບັນດານັກວິລະຊົນທີ່ເຮັດວຽກງານຢ່າງມິດງຽບ”.
ບັນດາພາບແຕ້ມມີຄວາມໝາຍຫຼາຍຢ່າງກ່ຽວກັບ “ການເສຍສະຫຼະຂອງບັນດາແພດໝໍ” ໂດຍນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ດ່ວານທິດ໋ຽມ ແຕ້ມດ້ວຍຈິດໃຈຂອງຕົນ.
ພາບແຕ້ມດີເດັ່ນໃນລາຍການປະກວດແຕ້ມຮູບ ດ້ວຍຫົວຂໍ້ “ຮັກສາສຸຂະພາບ ແລະ ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19”.
ບັນດາພາບແຕ້ມຂອງບັນດານ້ອງນ້ອຍເຍົາວະຊົນໂຮງຮຽນມັດທະຍົມຕອນຕົ້ນ ດ່ວານທິດ໋ຽມ ໄດ້ປະກອບສ່ວນຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ