logo

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແມ່ນ​ຂົວ​ຕໍ່​ມິດ​ຕະ​ພາບ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ບັນ​ດາ​ປະ​ເທດ

2025/12/12 | 11:39:48
(VOVWORLD) -      ຕອນບ່າຍວັນທີ 12 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ ບໍ່ປະຈຳການຂອງ ສ. ລັດເວຍ, ສ. ອານບານີ, ສປ ສະຫະພັນ ເນປານ, ສ. ອູເບກິດສະຖານ, ສ. ຈີບູຕີ, ສ. ກາບົງ, ສ.ກີເນີ, ສ.ສະຫະພັນ ໂຊມາລີ, ສ. ຊາດ, ສ. ປາຣາກວາຍ ເຂົ້າຍື່ນສານຕາຕັ້ງຮັບປະຕິບັດໜ້າທີ່ຢູ່ ຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເພື່ອນມິດຢູ່ພາກພື້ນ ອາຊີໃຕ້, ອາຊີກາງ, ອາຟະລິກາ, ອາເມລິກາ ລາຕິນ, ບາລິກ ແລະ ບານການ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ບາດກ້າວຕັ້ງໜ້າຫຼາຍຢ່າງ.ທ່ານກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອາຍຸການປະຕິບັດໜ້າທີ່ຢູ່ ຫວຽດນາມ, ບັນດາທ່ານເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ເປັນຂົວຕໍ່ມິດຕະພາບ ແລະ ການຮ່ວມມືໃຫ້ເປັນຢ່າງດີ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ. ສ່ວນ ຫວຽດນາມ ພ້ອມແລ້ວທີ່ຈະຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງບັນດາເອກອັກຄະລັດຖະທູດ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ.”

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh 

        ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh, ທ່ານເອກອັກຄະລັດຖະທູດ ອິນເດຍ Tshering W. Sherpa ແລະ ທ່ານເອກອັກຄະລັດຖະທູດ ຈີເລ Nasly Isabel Bernal Prado.

 

ຫວຽດເກື່ອງ

TAG
VOV/VOVworld/​ເອກ​ອັກ​ຄະ​ລັດ​ຖະ​ທູດ/ຂົວ​ຕໍ່​ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ