logo

ບັນ​ດາ​ແຂວງ​ພາກ​ກາງ ເລັ່ງ​ຍົກ​ຍ້າຍ​ປະ​ຊາ​ຊົນ​ເຂດ​ຖືກ​ນ້ຳ​ຖ້ວມ, ດິນ​ເຊາະ​ເຈື່ອນ​ໄປ​ຍັງ​ບ່ອນທີ່​ປອດ​ໄພ

2025/10/28 | 09:36:01
(VOVWORLD) - ຕອນຄ່ຳວັນທີ 27 ຕຸລາ, ຢູ່ບັນດາແຂວງ, ນະຄອນທາງພາກກາງ, ສືບຕໍ່ມີຝົນຕົກໜັກ. ນ້ຳແກ່ງຢູ່ຕາມແມ່ນ້ຳສາຍຕ່າງໆຂຶ້ນສູງ, ເຮັດໃຫ້ຫຼາຍເຂດຊຸມຊົນຢູ່ແຄມແມ່ນ້ຳຖືກນ້ຳຖ້ວມຢ່າງໜັກໜ່ວງ. ທ້ອງຖິ່ນຕ່າງໆສືບຕໍ່ຍົກຍ້າຍປະຊາຊົນຢູ່ເຂດຖືກນ້ຳຖ້ວມ ແລະ ດິນເຊາະເຈື່ອນໄປຍັງບ່ອນປອດໄພ.
ມີ 32/40 ຕາແສງ, ເທດສະບານຂອງນະຄອນ ເຫວ້ ຖືກນ້ຳຖ້ວມ (ພາບ: VOV)

ຢູ່ໃຈກາງນະຄອນ ເຫວ້, ມີ 32/40 ຕາແສງ, ເທດສະບານຂອງນະຄອນ ເຫວ້ ຖືກນ້ຳຖ້ວມ, ຫຼາຍເຂດຊຸມຊົນຖືກນ້ຳຖ້ວມໜັກ ແລະ ຕົກຢູ່ໂດດດ່ຽວຢ່າງສິ້ນເຊີງ, ການຄົມມະນາຄົມຖືກຢຸດສະງັກ. ອຳນາດການປົກຄອງນະຄອນ ເຫວ້ ໄດ້ລະດົມກຳລັງທະຫານ, ຕຳຫຼວດ, ທະຫານຮາບ ແລະ ບັນດາຍານພາຫະນະກົນຈັກທັງໝົດເຂົ້າຮ່ວມການຍົກຍ້າຍປະຊາຊົນໄປຍັງບ່ອນທີ່ປອດໄພ.

ຢູ່ນະຄອນ ດ່າໜັງ, ລະບົບແມ່ນ້ຳ ວູຢາ, ທູບົ່ນ ນ້ຳສືບຕໍ່ຍຶ່ງຂຶ້ນສູງ, ກາຍລະດັບເຕືອນໄພ ຂັ້ນ 3 ແລະ ນ້ຳຖ້ວມຢ່າງໜັກໜ່ວງໃນວົງກວ້າງ. ທ່ານ ເລຟານມິງ, ປະທານຄະນະກຳມະການປະຊາຊົນຕາແສງ ວູຢາ, ນະຄອນ ດ່າໜັງ, ໃຫ້ຮູ້ວ່າ ອຳນາດການປົກຄອງທ້ອງຖິ່ນໄດ້ເປັນເຈົ້າການຍົກຍ້າຍປະຊາຊົນໄປຍັງບ່ອນທີ່ປອດໄພແລ້ວ.

ປັດຈຸບັນ, 70% ບັນດາເຂດຊຸມຊົນຖືກນ້ຳຖ້ວມ, ເຮືອນຫຼາຍຫຼັງນ້ຳຖ້ວມຂຶ້ນເຖິງ 2 ແມັດ. ອຳນາດການປົກຄອງ ໄດ້ເປັນເຈົ້າການຍົກຍ້າຍປະຊາຊົນອອກໄປບ່ອນປອດໄພກ່ອນທີ່ນໍ້າໄຫຼຫຼັ່ງເຂົ້າມາຕາມແຜນການທີ່ໄດ້ວາງອອກ. ປັດຈຸບັນ, ທົ່ວຕາແສງ ແລະ ເຂດເມືອງ ດ້າຍລົກ ເກົ່າ ບໍ່ມີໄຟຟ້າໃຊ້”.

TAG
VOV/VOVworld/ນ້ຳ​ຖ້ວມ/ຕາແສງ/ເທດສະບານຂອງນະຄອນ ເຫວ້ ຖືກນ້ຳຖ້ວມ/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ