logo

ບັນໄຢ ໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອ

2019/11/10 | 03:01:00

(VOVWORLD) -ໂດຍໄດ້ເຕົ້າໂຮມສິ່ງທີ່ຍອດຍິ່ງຈາກດິນຟ້າອາກາດຢູ່ເຂດພູຜາປ່າໄມ້, ບັນໄຢ ແມ່ນເຍື່ອງອາຫານຂາດບໍ່ໄດ້ໃນການດຳລົງຊີວິດຂອງວົງຄະນະຍາດບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ຊາວເຜົ່າມົ້ງ.

ສຳລັບພໍ່ແມ່ພີ່ນ້ອງເຜົ່າກິງ ຢູ່ເຂດທົ່ງພຽງ, ບັນໄຢ ເຄີຍຖືກເຮັດໃນໂອກາດງານບຸນ, ບຸນປີໃໝ່ປະຈຳຊາດ, ບັນໄຢ ມີຮູບວົງມົນເປັນສັນຍາລັກໃຫ້ແກ່ຟ້າ.
ສຳລັບພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອ, ບັນໄຢ ເຄີຍຖືກເຮັດໃນໂອກາດບຸນປີໃໝ່ປະເພນີຫຼືໃນບັນດາໂອກາດທີ່ສຳຄັນຄືບຸນເຂົ້າໃໝ່, ບຸນລົງນາ.
ໃນທຸກວັນນີ້, ບັນໄຢ ເຄີຍຖືກພໍ່ແມ່ພີ່ນ້ອງເຜົ່າມົ້ງເຮັດ ເມື່ອຄອບຄົວມີວຽກງານທີ່ສຳຄັນຫຼືເຮັດເພື່ອຂາຍໃຫ້ແກ່ແຂກທ່ອງທ່ຽວ.
ເພື່ອມີບັນໄຢ ທີ່ແຊບນົວນັ້ນ, ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍເລືອກເອົາເຂົ້າສານໜຽວປະເພດຫອມແລະແມ່ນເຂົ້າໜຽວເມັດໃຫຍ່.
ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍໃຊ້ໃບກ້ວຍປ່າເພື່ອຫຸ້ມບັນໄຢ
ຄົກຕຳບັນໄຢ ຖືກເຮັດຈາກລ້ຳຕົ້ນໄມ້ໃຫຍ່ມີຄວາມແຂງ ແລະ ໜຽວເພື່ອຕຳບໍ່ຖືກແຕກ.
ເມື່ອມີໂອກາດເຮັດບັນໄຢ ເຊັ່ນນີ້ ບັນດາຜູ້ເປັນເພດຊາຍກໍ່ແມ່ນກຳລັງຕົ້ນຕໍເພື່ອແບກຫາບວຽກງານໜັກຄືຕຳບັນໄຢ , ຕັກເຂົ້າໜຽວໃສ່ຄົກ…
ສຳລັບແມ່ຍິງແລ້ວກໍ່ແບກຫາບວຽກງານປຸງແຕ່ງບັນໄຢ
ບໍ່ພຽງແຕ່ເພດຍິງເທົ່ານັ້ນ, ເພດຊາຍເຜົ່າມົ້ງກໍ່ມີຄວາມຄ່ອງແຄ້ວເມື່ອເຮັດບັນໄຢ
ດ້ວຍສີມືອັນຄ່ອງແຄ້ວຂອງ ຊາວເຜົ່າມົ້ງ, ເຂົ້າໜຽວພາຍຫຼັງທີ່ຖືກຕຳແລ້ວກໍ່ມີຄວາມໜຽວກ່ວາ.
ບັນໄຢ ແຕ່ລະກ້ອນທີ່ິຜະລິດອອກກໍ່ລ້ວນແຕ່ເຕົ້າໂຮມສິ່ງທີ່ຍອດຍິງຈາກດິນຟ້າອາກາດຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອແລະມີລົດຫອມພິເສດ
ບັນໄຢ ແມ່ນຈຸດວັດທະນະທຳທາງດ້ານອາຫານການກິນທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ
ບັນໄຢ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອມີລົດຫອມພີເສດຂອງເຂົ້າສານໜຽວ
ການເຄື່ອນໄຫວຕຳບັນໄຢ ໃນບັນດາໂອກາດງານບຸນ, ການດຳເນີນຊີວິດວັດທະນະທຳວົງຄະນະຍາດເຄີຍດຶງດູດພໍ່ແມ່ພີ່ນ້ອງເຂົ້າຮ່ວມ ແລະ ກໍ່ແມ່ນໂອກາດເພື່ອຮັດແໜ້ນຄວາມສາມັກຕີລະຫວ່າງບັນດາຊົນເຜົ່າ

TAG
VOV/VOVworld/ບັ໊ນເຢິ່ຍ/ພໍ່ແມ່ພີ່ນ້ອງເຜົ່າມົ້ງ/ເຂດທາງທິດຕາເວັນຕົກສ່ຽງເໜືອ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ