logo

ບ​ຣາ​ຊິນ ຕັ້ງ​ໜ້າ​ກະ​ກຽມ​ຈັດ COP30

2025/10/11 | 10:06:28
(VOVWORLD) - ກອງປະຊຸມກະກຽມ COP30 (PreCOP30) ຈະຈັດຂຶ້ນຢູ່ Brasilia ແຕ່ວັນທີ 13 ຕຸລາ ຫາວັນທີ 14 ຕຸລາ, ແນໃສ່ຊຸກຍູ້ວິວັດທະນການເຈລະຈາ ແລະ ຮັບປະກັນໃຫ້ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມກົດບັດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໃຫ້ປະສົບຜົນສຳເລັດ.

ທ່ານນາງ Marina Silva ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ (ພາບ: REUTERS/Adriano Machado)

ວັນທີ 10 ຕຸລາ, ທ່ານນາງ Marina Silva ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ ແຈ້ງໃຫ້ຊາບວ່າ ກອງປະຊຸມກະກຽມ COP30 (PreCOP30) ຈະຈັດຂຶ້ນຢູ່ Brasilia ແຕ່ວັນທີ 13 ຕຸລາ ຫາວັນທີ 14 ຕຸລາ, ແນໃສ່ຊຸກຍູ້ວິວັດທະນການເຈລະຈາ ແລະ ຮັບປະກັນໃຫ້ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມກົດບັດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໃຫ້ປະສົບຜົນສຳເລັດ.

ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມດັ່ງກ່າວແມ່ນເພື່ອຊຸກຍູ້ການເຈລະຈາລະຫວ່າງບັນດາຄະນະເພື່ອຮັບປະກັນມີຂໍ້ຕົກລົງສຳຄັນກວ່າ 140 ສະບັບໄດ້ຮັບການຮັບຮອງເອົາໃນ COP30 (ເຊິ່ງຈະດຳເນີນໃນເດືອນ ພະຈິກ 2025), ສຸມໃສ່ 3 ຫົວຂໍ້ຫຼັກ: ຮັບມື, ຫັນປ່ຽນຢ່າງຍຸຕິທຳ ແລະ ຕີລາຄາສັງລວມ.

TAG
VOV/VOVworld/ກອງປະຊຸມກະກຽມ COP30/ດິນຟ້າອາກາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ