logo

ບໍລິຫານນະໂຍບາຍເງິນຕາ ຢືດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາໃຫ້ເປັນປົກກະຕິ

2025/12/27 | 05:43:45
(VOVWORLD) - ຄາດວ່າປີນີ້ລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ຈະບັນລຸກວ່າ 8%; ວົງເງິນສົ່ງອອກ - ນຳເຂົ້າບັນລຸປະມານ 911 ຕື້ USD, ການສົ່ງອອກເກີນດຸນປະມານ 25 ຕື້ USD
ທີ່ກອງປະຊຸມ
(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ໂຮ່ດຶກເຟີກ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາ, ໃຫ້ຮູ້ວ່າ ຄາດວ່າປີນີ້ລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ຈະບັນລຸກວ່າ 8%; ວົງເງິນສົ່ງອອກ - ນຳເຂົ້າບັນລຸປະມານ 911 ຕື້ USD, ການສົ່ງອອກເກີນດຸນປະມານ 25 ຕື້ USD; ດັດຊະນີລາຄາໃຊ້ສອຍ (CPI) ຄາດວ່າແມ່ນປະມານ 3,6%...

ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຊີ້ແຈ້ງວ່າ ປີ 2026, ສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ ສະເໜີແນະຕໍ່ລັດຖະບານ ບໍ່ເປີດກວ້າງນະໂຍບາຍເງິນຕາ; ສຸມໃສ່ການຫັນເປັນດີຈີຕອນ, ເຕັກໂນໂລຊີສູງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງດີຈີຕອນ, ນະວັດຕະກຳ… ພ້ອມກັນນັ້ນ, ການບໍລິຫານນະໂຍບາຍເງິນຕາກໍ່ຕ້ອງຢືດໝັ້ນຕໍ່ເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຊຸກຍູ້ການເຕີບໂຕ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ; ດຶງດູດການລົງທຶນຕ່າງປະເທດທີ່ມີຄຸນນະພາບສູງ; ຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການສົ່ງອອກ…

TAG
VOV/VOVworld/​ຂ່າວ​ສານ/ພື້ນ​ຖານ​/ໂຄງ​ລ່າງ/​ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ