logo

ບ້ວງສິນເຊື່ອເຕີບໂຕສູງທີ່ສຸດນັບແຕ່ປີ 2020 ມາຮອດປະຈຸບັນ

2025/10/6 | 10:12:12
(VOVWORLD) - ໄລ່ຮອດວັນທີ 29 ກັນຍາ, ບ້ວງສິນເຊື່ອຂອງທັງລະບົບບັນລຸປະມານ 17,71 ລ້ານຕື້ດົ່ງ, ເພີ່ມຂຶ້ນ 13,37% ເມື່ອທຽບໃສ່ທ້າຍປີ 2024
ທ່ານຮອງຜູ້ວ່າການທະຄານແຫ່ງລັດ ດວ່ານທາຍເຊີນ
(ພາບ: Bnews)

ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ກັນຍາ ຂອງລັດຖະບານ ຫວຽດນາມ, ໂດຍຫ້ອງວ່າການລັດຖະບານຈັດຂຶ້ນໃນຕອນບ່າຍວັນທີ 05 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານຮອງຜູ້ວ່າການທະຫານຄານແຫ່ງລັດ ຫວຽດນາມ ດວ່ານທາຍເຊີນ ໃຫ້ຮູ້ວ່າ ໄລ່ຮອດວັນທີ 29 ກັນຍາ, ບ້ວງສິນເຊື່ອຂອງທັງລະບົບບັນລຸປະມານ 17,71 ລ້ານຕື້ດົ່ງ, ເພີ່ມຂຶ້ນ 13,37% ເມື່ອທຽບໃສ່ທ້າຍປີ 2024, ເພີ່ມຈຳນວນເງິນໃຫ້ພື້ນຖານເສດຖະກິດປະມານ 2 ລ້ານຕື້ດົ່ງເມື່ອທຽບໃສ່ກັບທ້າຍປີ 2024. ນີ້ກໍ່ແມ່ນລະດັບເຕີບໂຕສິນເຊື່ອສູງທີ່ສຸດນັບແຕ່ປີ 2020 ມາຮອດປະຈຸບັນ.

ກ່ຽວກັບບັນດາມາດຕະການແກ້ໄຂໃນໄລຍະຈະມາເຖິງເພື່ອປະຕິບັດເປົ້າໝາຍເຕີບໂຕທີ່ໄດ້ວາງອອກ, ທ່ານຮອງຜູ້ວ່າການທະຄານແຫ່ງລັດ ດວ່ານທາຍເຊີນ ໃຫ້ຮູ້ວ່າ:

“ທະນາຄານແຫ່ງລັດ ຈະຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຄົບຊຸດ, ໃນນັ້ນຈະບໍລິຫານບ້ວງສິນເຊື່ອໃຫ້ສອດຄ່ອງກັບການຜັນແປຂອງເສດຖະກິດມະຫາພາກ, ຕອບສະໜອງຄວາມຕ້ອງການທຶນສິນເຊື່ອ ແລະ ໃຫ້ສອດຄ່ອງກັບຄວາມສາມາດຮັບເອົາທຶນຂອງພື້ນຖານເສດຖະກິດ. ຊີ້ນຳບັນດາອົງການສິນເຊື່ອເຕີບໂຕໂດຍມີຄວາມປອດໄພ, ມີປະສິດທິຜົນ, ຫັນສິນເຊື່ອເຂົ້າໃນການຜະລິດດຳເນີນທຸລະກິດ, ຂົງເຂດໃຫ້ບຸລິມະສິດ ແລະ ບັນດາກຳລັງໜູນການເຕີບໂຕເສດຖະກິດ; ຄວບຄຸມຄວາມສ່ຽງຊ້ອນແຝງຢ່າງເຂັ້ມງວດ”.

TAG
VOV/VOVworld/​ທະ​ຫານ​ຄານ​/ແຫ່ງ​ລັດ/ເປົ້າ​ໝາ​ຍ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ