logo

ປຸກລະດົມ ການສອບຂຽນບົດ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

2012/5/22 | 11:03:50

ປຸກລະດົມ ການ​ສອບ​​ຂຽນບົດ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ


ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 22/5, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ພ້ອມ​ກັບ​ກົມ​ໃຫຍ່​ສິ່ງ​ແວ​ດລ້ອມຫວຽດນາມ ຈັດ​ຕັ້ງ​ພິທີ​ປຸກລະດົມ “ບັ້ນ​ຂົນຂວາຍ​ຂຽນ​ບົດກ່ຽວ​ກັບ ນັກ​ຮົບ​ເກົ່າ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ກັບ​ວຽກ​ງານປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”. ທ່ານ Tran Phong, ຜູ້ອຳນວຍການ​ສູນ​ບຳລຸງ​ສ້າງ ​ແລະ ​ໂຄ​ສະນາສັງກັດ ກົມ​ໃຫຍ່​ສິ່ງ​ແວດ​ລ​້ອມ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ບັ້ນ​ຂົນຂວາຍ​ຖື​ວ່າ:

“ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກທົ່ວ​ສັງ​ຄົມ ​ແລະ ນີ້​ແມ່ນ​ວຽກ​ງານ​ທີ່​ຮຽກຮ້ອ​ງ​ໃຫ້​ມີການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທຸກໆ​ຄົນ. ບັ້ນ​ຂົນຂວາຍ​ທີ່​ມີ​ຄວາມ​ໝາຍ​ນີ້ ຈະ​ໄດ້​ຮັບ​ການຕອບ​ສະໜອງ​ສູງ​ຈາກທົ່ວ​ສັງຄົມ. ຈະ​ມີ​ບົດ​ຂຽນ​​ທີ່​ມ່ວນໆ ​ແລະ ​ເລື່ອງ​ລາວ​ສະ​ເທືອ​ນ​ໃຈ​ຫຼາຍ​ບົດ​ທີ່​ຝາກ​ມາ​ຄະນະ​ຈັດ​ຕັ້ງ. ຈາກ​ນັ້ນ, ​ເຮັດ​ໃຫ້​ທຸກໆ​ຄົນ​ມີ​ຄວາມ​ຄິດ, ມີ​ຄວາມ​ຮັບຜິດຊອບ​ໃນ​ການ​​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”.

TAG
ການເສັງ/ປົກປັກຮັກສາສິ່ງແວດລ້ອມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ