logo

ປຶກ​ສາ​ຫາ​ລື​ປະ​ຈຳ​ປີ ຂັ້ນ​ລັດ​ຖະ​ມົນ​ຕີ ລະ​ຫວ່າງ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ​ຄັ້ງ​ທີ 9

2022/4/28 | 10:42:00
(VOVWORLD) -ທີ່ກອງປະຊຸມປຶກສາຫາລື ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9 ເຊິ່ງໄດ້ດຳເນີນໃນວັນທີ 28 ເມສາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານສຳຄັນໃນການພົວພັນຮ່ວມມືສຳຄັນຂອງຝ່າຍ ໃນທຸກຂົງເຂດ. 
ທ່ານ ສະເຫຼີມໄຊກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ແລະ ທ່ານບຸ່ຍທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ແລະ ປະຕິບັດຂໍ້ຕົກລົງຮ່ວມມື ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ, ທ່ານບຸ່ຍທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມລາວ ຢ່າງເປັນທາງການ, ສົມທົບກັບການເປັນປະທານຮ່ວມກອງປະຊຸມປຶກສາຫາລື ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9 ໃນລະຫວ່າງວັນທີ 27 – 29 ເມສາ.

ທີ່ກອງປະຊຸມປຶກສາຫາລື ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ - ລາວຄັ້ງທີ 9 ເຊິ່ງໄດ້ດຳເນີນໃນວັນທີ 28 ເມສາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານສຳຄັນໃນການພົວພັນຮ່ວມມືສຳຄັນສອງຝ່າຍ ໃນທຸກຂົງເຂດ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຮັບໃຊ້ການຢ້ຽມຢາມ ແລະ ພົບປະຂັ້ນສູງ ໃຫ້ເປັນຢ່າງດີ; ພ້ອມກັບບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ໃນນັ້ນ ແມ່ນ ຈັດການເຄື່ອນໄຫວສະເຫຼີມສະຫລອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”ໃຫ້ເປັນຢ່າງດີ.

ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ ເວທີປາໄສຫຼາຍຝ່າຍ, ພ້ອມກັບບັນດາປະເທດ ອາຊຽນ ຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ສຳເລັດ

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ