logo

ປິດກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

2025/10/8 | 11:30:18
(VOVWORLD) - ຕອນເຊົ້າວັນທີ 08 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 2 ວັນດ້ວຍຫຼາຍໝາກຜົນສຳຄັນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວປາໄສອັດກອງປະຊຸມ

ໃນບົດປາໄສອັດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ  ໄດ້ເນັ້ນໜັກວ່າ ກອງປະຊຸມສູນກາງພັກຄັ້ງທີ 13 ໄດ້ສຳເລັດບັນດາເນື້ອໃນ, ລາຍການທັງໝົດທີ່ໄດ້ວາງອອກ ແລະ ບັນລຸໄດ້ 4 ໝາກຜົນຫຼັກ, ລວມມີ: ທີໜຶ່ງ, ຄະນະບໍລິຫານງານສູນກາງພັກຮັບຮອງເອົາບັນດາເອກະສານຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ເປັນເອກະພາບແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງພັກ ແລະ ຄະນະກຳມະການກວດກາສູນກາງພັກຄັ້ງທີ XIV; ປະກອບຄຳເຫັນກ່ຽວກັບເວລາ, ເນື້ອໃນ, ລາຍການ, ລະບຽບການເຮັດວຽກ, ລະບຽບການເລືອກຕັ້ງຂອງກອງປະຊຸມໃຫຍ່ຊຸດທີ XIV. ທີສອງ, ຮັບຮອງເອົາບົດລາຍການການປະຕິບັດແຜນການເສດຖະກິດ - ສັງຄົມປີ 2025; ຕັດສິນໃຈປະຕິບັດສຳເລັດບັນດາດັດຊະນີທີ່ຍັງເຫຼືອຂອງແຜນການ 5 ປີ ໄລຍະ 2021 – 2025; ກະກຽມພື້ນຖານໃຫ້ແກ່ແຜນການເສດຖະກິດ - ສັງຄົມປີ 2026 ແລະ ການເງິນ, ງົບປະມານແຫ່ງລັດ 2026 – 2030. ທີສາມແມ່ນ, ກຳນົດແຈ້ງບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການທີ່ຕ້ອງແກ້ໄຂໃນສິດອຳນາດຂອງສູນກາງ; ຕົກລົງເປັນເອກະພາບກົນໄກຕິດຕາມ - ກວດກາ - ຕີລາຄາປະຈຳໄລຍະ, ເປີດເຜີຍຄວາມຮັບຜິດຊອບຂອງຜູ້ນຳໜ້າ, ສົ່ງເສີມຜູ້ກ້າຄິດ, ກ້າທຳເພື່ອຜົນປະໂຫຍດລວມ. ທີສີ່, ຕົກລົງເປັນເອກະພາບບັນດາກຳນົດທິດໃຫຍ່, ແບບວິທີການຈັດຕັ້ງປະຕິບັດຂໍ້ສະຫຼຸບຂອງກອງປະຊຸມຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບົດສະຫຼຸບຂອງກົມການເມືອງ ໃນໄລຍະຜ່ານມາ.

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ລະດັບການດຳລົງຊີວິດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແມ່ນໄມ້ວັດໃຫຍ່ທີ່ສຸດໃຫ້ແກ່ທຸກການກະທຳ, ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ຕ້ອງຕອບສະໜອງໄດ້ໄມ້ວັດດັ່ງກ່າວ.

“ພວກເຮົາສຳເລັດລາຍການກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 13 ດ້ວຍບັນຍາກາດໃໝ່, ຄວາມເຊື່ອໝັ້ນໃໝ່ ແລະ ຄວາມຮັບຜິດຊອບໃໝ່. ຄວາມສະດວກອັນໃຫຍ່ຫຼວງເຊັ່ນ: ໝາກຜົນປີ 2025 ຕັ້ງໜ້າ, ຮູບແບບອຳນາດການປົກຄອງ 3 ຂັ້ນເຄື່ອນໄຫວຢ່າງລຸລ່ວງ, ເຂດພັດທະນາພາຍຫຼັງການສັບຊ້ອນໄດ້ໜູນຊ່ວຍໃຫ້ແກ່ກັນ, ມະຕິຍຸດທະສາດ 7 ສະບັບຂອງກົມການເມືອງພວມເປີດທາງ. ພ້ອມດຽວກັນນັ້ນ, ສິ່ງທ້າທາຍກໍບໍ່ແມ່ນໜ້ອຍ: ການແກ້ງແຍ້ງຍຸດທະສາດ, ການປ່ຽນແປງນະໂຍບາຍສາກົນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄຳຮຽກຮ້ອງຫັນເປັນດີຈີຕອນ ແລະ ສີຂຽວ. ຄຸນນະທາດ, ພູມປັນຍາ ແລະ ຄວາມຄາດຫວັງຈະຊ່ວຍໃຫ້ພວກເຮົາຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ, ເພື່ອໃຫ້ປະເທດຊາດພັດທະນາໃນແຕ່ລະມື້”.

 

TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIV/ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 13

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ