logo

ປິດ​ງານ​ວາງ​ສະ​ແດງ​ຜົນ​ງານ​ຂອງ​ປະ​ເທດ “80 ປີ ໄລ​ຍະ​ທາງ​ແຫ່ງ​ເອ​ກະ​ລາດ - ເສ​ລີ​ພາບ - ຄວາມ​ຜາ​ສຸກ”

2025/9/16 | 10:41:12
(VOVWORLD) - ຕອນຄ່ຳວັນທີ 15 ກັນຍາ, ຢູ່ສູນວາງສະແດງແຫ່ງຊາດ (ຮ່າໂນ້ຍ) ໄດ້ດຳເນີນພິທີປິດງານວາງສະແດງ “80 ປີ ໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”. ເຂົ້າຮ່ວມພິທີປິດ ມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ພ້ອມດ້ວຍບັນດາການນຳພັກ, ລັດ, ສະພາແຫ່ງຊາດ; ການນຳກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ. ພິທີປິດໄດ້ຖ່າຍທອດສົດໃນຄື້ນກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ. 
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີປິດ 

ໂດຍໄດ້ໄຂຂຶ້ນໃນວັນທີ 28 ສິງຫາ, ງານວາງສະແດງແມ່ນເຫດການສຳຄັນໃນລະບົບກິດຈະກຳສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ດ້ວຍການເຂົ້າຮ່ວມຂອງ  28 ກະຊວງ, ອົງການສູນກາງ, 34 ທ້ອງຖິ່ນ ແລະ ວິສາຫະກິດ, ກຸ່ມບໍລິສັດເສດຖະກິດໃຫຍ່ ກວ່າ 110 ແຫ່ງ ແລະ ກວ່າ 230 ຮ້ານວາງສະແດງ. ງານວາງສະແດງໄດ້ແບ່ງອອກເປັນ 6 ຫົວຂໍ້ ຕິດພັນກັບໄລຍະທາງແຫ່ງການພັດທະນາຂອງປະເທດຊາດ.

ເມື່ອກ່າວຄຳເຫັນໃນເຫດການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

“ງານວາງສະແດງໄດ້ຢັ້ງຢືນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ນັ້ນແມ່ນກົກເຄົ້າແຫຼ່ງກຳລັງແຮງອັນໃຫຍ່ຫຼວງຂອງການປະຕິວັດ ຫວຽດນາມ, ເຊິ່ງໄດ້ສະແດງອອກຜ່ານຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ອັນໄດ້ຊ່ວຍໃຫ້ ຫວຽດນາມ ຍາດໄດ້ໄຊຊະນະໃນບັນດາການຕໍ່ຕ້ານທີ່ຍືດເຍື້ອຍາວນານ; ຜ່ານຜ່າຄວາມຫຍຸ້ງຍາກນາໆປະການໃນການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ; ປັບປຸງກຳລັງບົ່ມຊ້ອນຂອງປະເທດຊາດຢ່າງບໍ່ຢຸດຢັ້ງ. ງານວາງສະແດງຄັ້ງນີ້ກໍສະແດງໃຫ້ເຫັນນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ວິທີຈັດສະແດງທີ່ຈັບອົກຈັບໃຈ, ເຕັມໄປດ້ວຍສີສັນວັດທະນະທຳຂອງວົງຄະນະຍາດ 54 ຊົນເຜົ່າອ້າຍນ້ອງທີ່ມາຈາກທົ່ວທຸກເຂດພາກໃນທົ່ວປະເທດ”.

ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາການນຳພັກ, ລັດ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ  ຊົມເຊີຍ 36 ໝູ່ຄະນະ ແລະ ສ່ວນບຸກຄົນ, ໃນນັ້ນ ມີວິທະຍຸກະຈາຍສຽງ ຫວຽດນາມ ທີ່ມີຜົນງານດີເດັ່ນໃນວຽກງານຈັດຕັ້ງ ແລະ ເຂົ້າຮ່ວມງານວາງສະແດງ.

ຫວິງຟອງ

TAG
VOV/VOVworld/80 ປີ ໄລ​ຍະ​ທາງ​ແຫ່ງ​ເອ​ກະ​ລາດ - ເສ​ລີ​ພາບ - ຄວາມ​ຜາ​ສຸກ/ກຳລັງແຮງອັນໃຫຍ່ຫຼວງຂອງການປະຕິວັດ ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ