logo

ປັບ​ປຸງ​ດຳ​ລັດ 8 ສະ​ບັບ​ໃຫ້​ສົມ​ບູນ​ແບບ ເພື່ອ​ນຳ​ສູນ​ການ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ ເຂົ້າ​ເຄື່ອນ​ໄຫວ​ໃນ​ເດືອນ​ພະ​ຈິກ

2025/11/4 | 08:51:38
(VOVWORLD) - ຕອນເຊົ້າວັນທີ 04 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຕາມຫົວເລື່ອງຂອງລັດຖະບານ ກ່ຽວກັບບັນດາດຳລັດແນະນຳການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 222 ຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ.
ບັນຍາກາດຂອງວາລະປະຊຸມ (ພາບ: VOV)

 ເມື່ອກ່າວຄຳເຫັນໄຂວາລະປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ການສ້າງສູນການເງິນສາກົນແມ່ນບັນຫາທີ່ພັກ, ລັດ ຫວຽດນາມ ກຳນົດວ່າ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິສະບັບເລກທີ 222 ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ, ດ້ວຍຫຼາຍກົນໄກ, ນະໂຍບາຍທີ່ມີລັກສະນະຈຳເພາະ. ລັດຖະບານ ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳເພື່ອສຸມໃສ່ການຊີ້ນຳ, ນຳພາ, ສະຫງວນເວລາ, ແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອນຳສູນການເງິນສາກົນ ຢູ່ ຫວຽດນາມເຂົ້າເຄື່ອນໄຫວ.

ດ້ວຍຈິດໃຈ ນຳສູນການເງິນສາກົນ ຢູ່ ຫວຽດນາມ ເຂົ້າເຄື່ອນໄຫວໃນເດືອນພະຈິກນີ້ໂດຍໄວ ຕາມຮູບແບບ “ໜຶ່ງສູນ - ສອງສະຖານທີ່ເຂົ້າມາ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີສ້າງໃຫ້ສຳເລັດ ແລະ ປະກາດໃຊ້ດຳລັດ 8 ສະບັບກ່ຽວກັບກົນໄກນະໂຍບາຍຕາມສິດອຳນາດ, ດ້ວຍເປົ້າໝາຍແມ່ນສ້າງຂອບນິຕິກຳທັງບຸກທະລຸ, ແກ້ງແຍ້ງ, ທັງມີສະຖຽນລະພາບ, ສະເໝີຕົ້ນສະເໝີປາຍ, ມີກຳລັງແຮງຢ່າງພຽງພໍເພື່ອໃຫ້ສູນ ເຄື່ອນໄຫວພັດທະນາສຳເລັດຜົນ ແລະ ຍືນຍົງ; ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກລົງທຶນ ແລະ ບັນດາອົງການການເງິນສາກົນນັບຕັ້ງແຕ່ຫົວທີ.  

TAG
VOV/VOVworld/ສູນ​ການ​ເງິນ​ສາ​ກົນ​ຢູ່ ຫວຽດ​ນາມ/ດຳ​ລັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ