logo

ປະ​ກາດ​ຖານ​ຂໍ້​ມູນ​​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ

2025/11/11 | 08:52:15
(VOVWORLD) - ໃນຂອບເຂດວາລະປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ, ທ່ານ ເລກວາງແມ້ງ ເລຂາທິການສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ປະກາດຖານຂໍ້ມູນເອເລັກໂຕນິກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
ພາບຖ່າຍໜ້າຈໍຂອງຖານຂໍ້ມູນເອເລັກໂຕນິກ

ວັນທີ 10 ພະຈິກ, ໃນຂອບເຂດວາລະປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ, ທ່ານ ເລກວາງແມ້ງ ເລຂາທິການສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ປະກາດຖານຂໍ້ມູນເອເລັກໂຕນິກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ນີ້ແມ່ນຊ່ອງຂໍ້ມູນທາງການຂອງສະພາເລືອກຕັ້ງສະພາແຫ່ງຊາດ ດ້ວຍທີ່ຢູ່ http://hoidongbaucu.quochoi.vn/ ແລະ ໄດ້ເຊື່ອມຕໍ່ຜ່ານໂລໂກ້ຖານຂໍ້ມູນເອເລັກໂຕນິກຂອງສະພາແຫ່ງຊາດ http://quochoi.vn/.

ຖານຂໍ້ມູນດັ່ງກ່າວຈະສະໜອງຂໍ້ມູນ, ອັບເດັດ, ເຜີຍແຜ່, ຊອກຄົ້ນບັນດາເອກະສານຊີ້ນຳ, ເອກະສານແນະນຳກ່ຽວກັບວຽກງານການເລືອກຕັ້ງຂອງພັກ, ສະພາເລືອກຕັ້ງແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການເລືອກຕັ້ງຢູ່ບັນດາແຂວງ, ນະຄອນ. ຜູ້ມີສິດເລືອກຕັ້ງຢູ່ທຸກເຂດພາກໃນທົ່ວປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສາມາດກຳໄດ້ວຽກງານເລືອກຕັ້ງທັງໝົດ; ຖາມຕອບກ່ຽວກັບການເລືອກຕັ້ງ; ບັນຊີຜູ້ອອກສະໝັກເລືອກຕັ້ງ, ໝາກຜົນຂອງການເລືອກຕັ້ງ, ຂໍ້ມູນກ່ຽວກັບການເຄື່ອນໄຫວເລືອກຕັ້ງຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ.

TAG
VOV/VOVworld/ສະມາຊິກສະພາປະຊາຊົນ/ວຽກງານເລືອກຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ