logo

ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

2026/1/22 | 14:34:06
(VOVWORLD) - ໃນຈຳນວນກຳມະການສົມບູນ 180 ສະຫາຍທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ  57 ສະຫາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນ
(ພາບ: TTXVN)

ຕອນບ່າຍວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.

ໃນຈຳນວນກຳມະການສົມບູນ 180 ສະຫາຍທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ  57 ສະຫາຍ.

ໃນຈຳນວນບັນດາສະຫາຍຢູ່ອົງການສູນກາງທີ່ຖືກເລືອກຕັ້ງມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເລມິງຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ເຈິ່ນຊີ້ແທັງ, ຫົວໜ້າຄະນະກວດກາສູນກາງ; ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ; ທ່ານ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ; ທ່ານນາງ ດ່າວຮົ່ງລານ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ຫງວຽນກິມເຊີນ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ; ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ…

ວັນທີ 23 ມັງກອນ, ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈະດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະກວດກາສູນກາງ, ຫົວໜ້າຄະນະກວດກາສູນກາງ.

TAG
VOV/VOVworld/​ປະຖົມມະລຶກ/ເລືອກ​ຕັ້ງ​/ກົມ​ການ​ເມືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ