logo

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ຫຼາຍ​ປະ​ເທດ​ຕັ້ງ​ໜ້າ​ອຸດ​ໜູນ​ພໍ່​ແມ່​ພີ່​ນ້ອງ​ຖືກ​ຜົນ​ເສຍ​ຫາຍ​ຈາກ​ພາ​ຍຸ ບົວ​ລອຍ ແລະ ແມດ​ມໍ

2025/10/12 | 12:19:05
(VOVWORLD) - ໃນລະຫວ່າງວັນທີ 10 – 11 ຕຸລາ, ຄະນະພັກ, ສະຖານທູດ ຫວຽດນາມ ປະຈຳ ລາວ ຂົນຂວາຍເງິນຊ່ວຍເຫຼືອໄດ້ 730 ລ້ານດົ່ງ (29.796 USD).
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ພ້ອມດ້ວຍພະນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ບໍລິຈາກເງິນອຸດໜູນ (ພາບ: TTXVN)

ພາຍຸ ບົວລອຍ ແລະ ແມດມໍ ໄດ້ພັດຖະຫຼົ່ມເຂົ້າພາກເໜືອ ແລະ ພາກກາງ ຫວຽດນາມ ໃນຕົ້ນເດືອນ ຕຸລາ ຜ່ານມາຢ່າງຕໍ່ເນື່ອງ ເຮັດໃຫ້ເກີດຝົນຕົກໜັກແກ່ຍາວ, ມີເຮືອນປະຊາຊົນນັບພັນຫຼັງຖືກນ້ຳຖ້ວມ, ດິນເຊາະເຈື່ອນຢ່າງຮ້າຍແຮງ ແລະ ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຕໍ່ໜ້າສະພາບການນີ້, ນ້ຳໃຈສາມັກຄີ ແລະ ເມດຕາປານີຂອງຊາວ ຫວຽດນາມ ຢູ່ທຸກແຖບຖິ່ນໃນໂລກ ໄດ້ກາຍເປັນບ່ອນອີງທາງດ້ານຈິດໃຈຢ່າງໃຫຍ່ຫຼວງ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜ່ານຜ່າຄວາມຫຍຸ້ງຍາກ.

ຢູ່ລາວ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນລະຫວ່າງວັນທີ 10 – 11 ຕຸລາ, ຄະນະພັກ, ສະຖານທູດ ຫວຽດນາມ ປະຈຳ ລາວ ຂົນຂວາຍເງິນຊ່ວຍເຫຼືອໄດ້ 730 ລ້ານດົ່ງ (29.796 USD). ໃນຂະນະນັ້ນ, ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກ ລະດົມໄດ້ຈຳນວນເງິນ 1,6 ຕື້ດົ່ງ (61.224 USD). ບັນດາສະມາຄົມຊາວ ຫວຽດນາມ ຢູ່ຫຼາຍປະເທດກໍໄດ້ປຸກລະດົມບັ້ນການບໍລິຈາກເງິນອຸດໜູນ ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ ແລະ ແມດມໍ ກໍ່ຂຶ້ນ.

 

TAG
VOV/VOVworld/ການ​ບໍ​ລິ​ຈາກ​ເງິນ​ອຸດ​ໜູນ/ພາ​ຍຸ ບົວ​ລອຍ ແລະ ແມດ​ມໍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ