logo

ປະຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອິນ​ໂດ​ເນ​ເຊຍ ແບ່ງ​ເບົາ​ຄວາມ​ຫຍຸ້ງ​ຍາກ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ໄພ​ພິ​ບັດ​ທຳ​ມະ​ຊາດ

2025/12/3 | 07:21:59
(VOVWORLD) - ຄະນະຜູ້ຕາງໜ້າ ຫວຽດນາມ ພວມເຮັດວຽກຢູ່ສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳໃນໄພພິບັດທຳມະຊາດເພື່ອຊອກຮູ້ຄວາມສາມາດລະດົມ ແລະ ໜູນຊ່ວຍໃຫ້ແກ່ບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຍ້ອນພາຍຸນ້ຳຖ້ວມ.
ພິທີປຸກລະດົມການຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ ແລະ ໄຕງວຽນທີ່ຖືກຜົນກະທົບຈາກນຳຖ້ວມ (ພາບ:VOV)

  ໂດຍຕອບສະໜອງຄຳຮຽກຮ້ອງຕ້ອງການຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ກ່ຽວກັບ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ, ວັນທີ 02 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດພິທີປຸກລະດົມບັ້ນຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຂດພາກກາງ ແລະ ໄຕງວຽນ ທີ່ຖືກຜົນກະທົບຢ່າງໜັກໜ່ວງຍ້ອນໄພພິບັດທຳມະຊາດຝົນຕົກນ້ຳຖ້ວມ. ພະນັກງານສະຖານທູດ, ຄະນະຜູ້ຕາງໜ້າ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອິນໂດເນເຊຍ ຈຳນວນຫຼາຍ ໄດ້ຕັ້ງໜ້າຕອບສະໜອງລາຍການດັ່ງກ່າວ.

        ໃນພິທີປຸກລະດົມ, ທ່ານ ເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ຜູ້ຕາງໜ້າຄະນະ ຫວຽດນາມ ປະຈຳ ອາຊຽນ ຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ພວມເຮັດວຽກຢູ່ສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳໃນໄພພິບັດທຳມະຊາດເພື່ອຊອກຮູ້ຄວາມສາມາດລະດົມ ແລະ ໜູນຊ່ວຍໃຫ້ແກ່ບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຍ້ອນພາຍຸນ້ຳຖ້ວມ.



TAG
VOV/VOVworld/ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ