logo

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ: ຂົວເຊື່ອມຕໍ່ເພີ່ມທະວີການພົວພັນ 2 ປະເທດ

2025/9/17 | 09:52:43
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ສະຖານທູດສືບຕໍ່ເສີມຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ທີ່ການພົບປະ)

ພາຍຫຼັງໄປຮອດ ກົວລາລຳເປີ, ປະເທດ ມາເລເຊຍ ເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA 46)  ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 16 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ສະຖານທູດສືບຕໍ່ເສີມຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ ເພື່ອເປີດກວ້າງການພົວພັນຕ່າງປະເທດ, ປະກອບສ່ວນສຳຄັນເພື່ອຊຸກຍູ້ການພົວພັນ 2 ປະເທດໃນໄລຍະຈະມາເຖິງ. ສຳລັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:

“ຂ້າພະເຈົ້າຫວັງວ່າ ປະຊາຄົມຂອງພວກເຮົາຈະແມ່ນກຸ່ມກ້ອນສາມັກຄີໝັ້ນຂົງເຂັ້ມແຂງຢູ່ປະເທດປະຈຳຖິ່ນ. ພວກເຮົາຕັ້ງໜ້າຜະລິດດຳເນີນທຸລະກິດ, ຕັ້ງໜ້າຄົ້ນຄວ້າບັນດາຂົງເຂດວິທະຍາສາດເຕັກນິກ ເພື່ອນຳໃຊ້ໃຫ້ແກ່ ຫວຽດນາມ. ມາເລເຊຍ ນຳໜ້າໃນຂົງເຂດ: ການຫັນເປັນດີຈີຕອນ, ຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ AI. ປະຊາຄົມຊາວ ຫວຽດນາມ ຈົ່ງຄົ້ນຄວ້າ, ຮ່ຳຮຽນເພື່ອສາມາດສ້າງວິສາຫະກິດລົງທຶນຢູ່ທີ່ນີ້, ແລ້ວພວກເຮົາຈະກັບມາລົງທຶນຢູ່ປະເທດຂອງພວກເຮົາ”.

TAG
VOV/VOVworld/ເອ​ກະ​ລາດ/ເປັນ​ເຈົ້າ​ຕົນ​ເອງ/​ຫຼາຍ​ຮູບ/​ຫຼາຍ​ແບບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ