logo

ປ​ະ​ຊ​າ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຍາມ​ໃດ​ກໍ່​ມຸ່ງ​ໄປ​ຫາ​ບ້ານ​ເກີດ​ເມື​ອງນອນ, ປະ​ເທດ​ຊາດ

2025/9/16 | 07:39:18
(VOVWORLD) - ທ່ານ ຫງວຽນຈູງກຽນ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຈະຍູ້ແຮງວຽກງານໂຄສະນາ, ແບ່ງປັນຂໍ້ມູນຂ່າວຢ່າງທັນການ.
(ພາບ: ເຈິ່ນຕວັນ)

     ວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນຈູງກຽນ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຮັດວຽກກັບສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ລາວ. ທີ່ບັນດາການພົບປະ, ທ່ານ ຫງວຽນຈູງກຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາສະມາຄົມ, ຄະນະ ສືບຕໍ່ເສີມຂະຫຍາຍບົດບາດແກ່ນສານ, ຍູ້ແຮງວຽກງານປະຊາຄົມໃນທຸກຂົງເຂດ; ປັບປຸງກຸ່ມກ້ອນມະຫາສາມັກຄີ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ພັດທະນາພາສາຫວຽດ ໃຫ້ແກ່ລຸ້ນໜຸ່ມ, ເພີ່ມທະວີການເຊື່ອມຕໍ່ກັບບັນດານັກຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

  ທ່ານ ຫງວຽນຈູງກຽນ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຈະຍູ້ແຮງວຽກງານໂຄສະນາ, ແບ່ງປັນຂໍ້ມູນຂ່າວຢ່າງທັນການ, ຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານສຶກສາລຸ້ນໜຸ່ມ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບບົດບາດ, ຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນ-ປະເທດຊາດ.

TAG
VOV/VOVworld/ປ​ະ​ຊ​າ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ