logo

ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ ໂຮ່​ຈີ​ມິນ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ຢູ່​ລະ​ດັບ 10%

2026/1/22 | 08:55:45
(VOVWORLD) - ເປົ້າໝາຍການເຕີບໂຕ GDP ຢູ່ລະດັບ 10%ຂຶ້ນໄປ ໃນໄລຍະ 2026 – 2030 ເຊິ່ງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ XIII ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງແຕ່ກໍ່ມີພື້ນຖານປະຕິບັດໄດ້.
ທ່ານ ຫງວຽນງອກຮວ່າ, ປະທານຊົ່ວຄາວສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ (HUBA) (ພາບ: VOV)

ເປົ້າໝາຍການເຕີບໂຕຍອດຜະລິດພາຍໃນປະເທດ (GDP) ສະເລ່ຍ 10%/ປີ ໄລຍະ 2026 – 2030 ໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ  ຫວຽດນາມ ກຳນົດແມ່ນພື້ນຖານເພື່ອນຳປະເທດຊາດ ກ້າວເຂົ້າສູ່ “ສັງກາດບຸກບືນຂອງຊາດ”. ປະຊາຄົມວິສາຫະກິດ ນະຄອນ ໂຮ່ຈີມິນ ມີຄວາມໝັ້ນໃຈ ຕໍ່ຄວາມສາມາດບັນລຸໄດ້ເປົ້າໝາຍນີ້.

ຕາມທ່ານ ຫງວຽນງອກຮວ່າ, ປະທານຊົ່ວຄາວສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ (HUBA), ເປົ້າໝາຍການເຕີບໂຕ GDP ຢູ່ລະດັບ 10%ຂຶ້ນໄປ ໃນໄລຍະ 2026 – 2030 ເຊິ່ງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ XIII ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງແຕ່ກໍ່ມີພື້ນຖານປະຕິບັດໄດ້. ພື້ນຖານທຳອິດແມ່ນກຳລັງໜູນພັດທະນາໃໝ່ທີ່ມາຈາກລະບົບກົນໄກ, ນະໂຍບາຍ, ພິເສດແມ່ນບັນດາມະຕິຍຸດທະສາດ. ທ່ານ ຫງວຽນງອກຮ່ວາ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນບັນດາໄມ້ງັດສຳຄັນເພື່ອໃຫ້ນະໂຍບາຍມະຫາພາກໄດ້ໄປຕິດແທດກັບຕົວຈິງທີ່ສຸດ.

TAG
VOV/VOVworld/ເສດ​ຖະ​ກິດ/ການ​ເຕີບ​ໂຕ/ນະ​ຄອນ​ໂຮ່​ຈີ​ມິນ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ