logo

ປະຊາຄົມສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

2025/11/22 | 07:19:20
(VOVWORLD) -  ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມແກ່ຍາວຢູ່ ຫວຽດນາມ, ພິເສດແມ່ນຢູ່ທາງພາກກາງ, ປະຊາຄົມສາກົນໄດ້ມີການກະທຳຢ່າງວ່ອງໄວເພື່ອໜູນຊ່ວຍໂດຍດ່ວນ.
ການເຄື່ອນໄຫວໜູນຊ່ວຍເຂດຖືກໄພທຳມະຊາດຢູ່ແຂວງ ຢາລາຍ
(ພາບ: TTXVN)

        ວັນທີ 21 ພະຈິກ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດບ້ວງເງິນອຸປະຖຳຮີບດ່ວນມີມູນຄ່າ 1 ລ້ານ  USD. ບ້ວງເງິນອຸປະຖຳດັ່ງກ່າວແມ່ນເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວຮັບມືຢ່າງຮີບດ່ວນພາຍຫຼັງພາຍຸ, ໄດ້ຮັບການຜັນຂະຫຍາຍຜ່ານອົງການສາກົນເພື່ອການເຄື່ອນຍ້າຍຖິນຖານ (IOM) ປະຈຳ ຫວຽດນາມ. ບ້ວງເງິນດັ່ງກ່າວສຸມໃສ່ການໜູນຊ່ວຍປະຊາຊົນທີ່ຕ້ອງຖືກຍົກຍ້າຍຊົ່ວຄາວ ແລະ ບັນດາປະຊາຄົມທີ່ຖືກຜົນສະທ້ອນຈາກພາຍຸລູກໃຫຍ່ທີ່ທຳລາຍທາງພາກເໜືອນັບແຕ່ທ້າຍເດືອນ ກັນຍາ ຜ່ານມາ.

        ໃນວັນດຽວກັນ, ສະຖານທູດ ອັງກິດ ກໍ່ໃຫ້ຮູ້ວ່າ ລັດຖະບານລາຊະອານາຈັກ ອັງກິດ ຫາກໍ່ປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມທີ່ມີມູນຄ່າ 392.000 USD ເພື່ອຮັບໃຊ້ວຽກງານກູ້ໄພກູ້ຊີບຢູ່ທາງພາກກາງ ຫວຽດນາມ ໃນບັນດາເຫດພາຍຸ, ນ້ຳຖ້ວມຫວ່າງມໍ່ໆມານີ້. ບ້ວງເງິນໜູນຊ່ວຍເພີ່ມເຕີມນີ້ຈະໄດ້ຜັນຂະຫຍານຜ່ານ UNICEF ແລະ ສົມທົບກັນຢ່າງແໜ້ນແຟ້ນກັບກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ (VDDMA). ການສະໜອງບ້ວງເງິນໜູນຊ່ວຍດັ່ງກ່າວໄດ້ຍົກຈຳນວນເງິນໜູນຊ່ວຍຮີບດ່ວນຂອງ ອັງກິດ ໃນປີ 2025 ຂຶ້ນເປັນປະມານ 1,05 ລ້ານ USD.

TAG
VOV/VOVworld/​ຍົກ​ຍ້າຍ/​ຊົ່ວ​ຄາວ/ປະ​ຊາ​ຄົມ/​ຜົນ​ສະ​ທ້ອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ