logo

ປະ​ຊາ​ຊົນ​ເຂດ ກາ​ຊາ ຍັງ​ຄົງ​ຂາດ​ແຄນ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່ຮີບ​ດ່ວນ ແລະ ຈຳ​ເປັນ

2025/11/5 | 07:49:06
(VOVWORLD) - ວັນທີ 4 ພະຈິກ, ອົງການ ອາຫານໂລກ ສປຊ (WFP) ໃຫ້ຮູ້ວ່າ ໃນ 4 ອາທິດຢຸດຍິງຜ່ານມາ, ປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ຮັບການຂົນສົ່ງເຂົ້າເຂດ ກາຊາ ພຽງແຕ່ຕອບສະໜອງໄດ້ 50% ຄວາມຕ້ອງການທີ່ຮີບດ່ວນ ແລະ ຈຳເປັນເທົ່ານັ້ນ. 
ປະຊາຊົນ ປາແລັດສະຕິນ ພັກຜ່ອນຢູ່ກາງຊາກຫັກພັງ ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດສ, ນະຄອນ ກາຊາ, ວັນທີ 2 ພະຈິກ (ພາບ:REUTERS/Mahmoud Issa)

ໃນຂະນະນັ້ນ, ບັນດາອົງການຈັດຕັ້ງມະນຸດສະທຳ ປາແລັດສະຕິນ ຢັ້ງຢືນວ່າ ປະລິມານເຄື່ອງຊ່ວຍເຫຼືອໄດ້ຂົນສົ່ງເຂົ້າເຂດ ກາຊາ ພຽງແຕ່ຕອບສະໜອງໄດ້ ¼ ຫາ 1/3 ຄວາມຕ້ອງການເທົ່ານັ້ນ. ສ່ວນຕາມວົງການເຈົ້າໜ້າທີ່ທ້ອງຖິ່ນ ກາຊາ ແລ້ວ, ສະເລ່ຍແຕ່ລະມື້ມີພຽງແຕ່ 145 ຖ້ຽວລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ໄດ້ສົ່ງເຖິງມືປະຊາຊົນເຂດ ກາຊາ, ໃນຂະນະທີ່ ສປຊ ຄາດຄະເນວ່າ ຢ່າງໜ້ອຍສຸດຕ້ອງມີ 600 ຖ້ຽວຕໍ່ວັນ.

ອີກຄັ້ງໜຶ່ງ, ອົງການອາຫານໂລກ ແລະ ບັນດາອົງການຈັດຕັ້ງມະນຸດສະທຳຮຽກຮ້ອງໃຫ້ການນຳກຳອຳນາດຂອງ ອິດສະຣາແອັນ ຍົກເລີກການປິດລ້ອມໃນທັນທີ ແລະ ອະນຸຍາດໃຫ້ເຄື່ອງຊ່ວຍເຫຼືອໄດ້ຂົນສົ່ງເຂົ້າເຂດ ກາຊາ ແບບເສລີ ເພື່ອແນໃສ່ຫຼີກລ້ຽງຜົນຕາມມາອັນຮ້າຍແຮງໃນສະພາບການລະດູໜາວກຳລັງວຽນມາອີກບໍ່ພໍເທົ່າໃດມື້.

ນັກຂ່າວ VOV  ປະຈຳ ອີຢິບ

TAG
VOV/VOVworld/ເຂດ ກາຊາ/ອົງ​ການ ​ອ​າ​ຫານ​ໂລກ ສ​ປ​ຊ/ມະນຸດສະທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ