logo

ປະດັບຫຼຽນໄຊຂອງປະທານປະເທດລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນແຂວງ ກວາງນິງ

2019/6/4 | 07:37:12
(VOVWORLD) -  ການນຳແຂວງ ກວາງນິງ ແລະ 3 ແຂວງພາກເໜືອລາວ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍຕາມລວງເລິກ

 ຕອນບ່າຍວັນທີ 03 ມິຖຸນາ, ຢູ່ແຂວງ ກວາງນິງ, ຫວຽດນາມ. ແຂວງ ຫລວງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ຫົວພັນ (ລາວ) ໄດ້ສົມທົບກັບແຂວງ ກວາງນິງ ຈັດຕັ້ງພິທີປະດັບຫຼຽນໄຊຂອງປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນຂອງແຂວງ ກວາງນິງ ທີ່ມີຜົນງານປະກອບສ່ວນເຂົ້າໃນການພັດທະນານ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນດອກ ເລຂາຄະນະພັກແຂວງ ກວາງນິງ ຢືນຢັນວ່າ: ກວາງນິງ ຈະສືບຕໍ່ຊຸກຍູ້, ເພີ່ມທະວີການພົວພັນແລກປ່ຽນຮ່ວມມືຮອບດ້ານກັບ 3 ແຂວງພາກເໜືອຂອງ ລາວ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນກ່ວາ, ປະກອບສ່ວນສືບທອດ ເພື່ອໃຫ້ລຸ້ນຫລັງເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.

 ທ່ານ ຫງວຽນວັນດອກ ເລຂາຄະນະພັກແຂວງ ກວາງນິງ  (ພາບ: baoquangninh)
 ພິທີປະດັບຫຼຽນໄຊຂອງປະທານປະເທດລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນແຂວງ ກວາງນິງ  (ພາບ: baoquangninh)

  ແລະກໍ່ໃນວັນດຽວກັນ, ກໍ່ໄດ້ດຳເນີນກອງປະຊຸມເຈລະຈາເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງແຂວງ ກວາງນິງ (ຫວຽດນາມ) ແລະ ບັນດາແຂວງ ຫຼວງພະບາງ, ຫົວພັນ, ໄຊຍະບູລີ. ທີ່ກອງປະຊຸມເຈລະຈາ, ການນຳແຂວງ ກວາງນິງ ແລະ 3 ແຂວງພາກເໜືອລາວ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍຕາມລວງເລິກ, ໃນບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ, ເປັນຕົ້ນແມ່ນຂົງເຂດທ່ອງທ່ຽວ; ສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

TAG
VOV/VOVworld/ກວາງນິງ/ແຂວງ ຫລວງພະບາງ/ແຂວງ ໄຊຍະບູລີ/ແຂວງ ຫົວພັນ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ