logo

ປະຕິກິລິຍາຂອງປະຊາຄົມໂລກພາຍຫຼັງການຍິງດາວທຽມຂອງ ສປປ ເກົາຫຼີ ປະລາໄຊ

2012/4/13 | 11:26:08
ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ KCNA ​ໃຫ້​ຂ່າວ​ວ່າ: ຕອນ​ເຊົ້າ​ວັນ​ທີ 13/4 ສປປ ​ເກົາຫຼີ ​ໄດ້​ຍິງ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ​ຂຶ້ນ, ​ແຕ່​ດາວ​ທຽມ​ພັດ​ບໍ່​ເຂົ້າ​ວົງ​ໂຄຈອນ​ໄດ້

ພາບປະກອບ

(vovworld) – ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ KCNA ​ໃຫ້​ຂ່າວ​ວ່າ: ຕອນ​ເຊົ້າ​ວັນ​ທີ 13/4 ສປປ ​ເກົາຫຼີ ​ໄດ້​ຍິງ​ດາວ​ທຽມ​ສັງເກດ​ໜ່ວຍ​ໂລກ​ຂຶ້ນ, ​ແຕ່​ດາວ​ທຽມ​ພັດ​ບໍ່​ເຂົ້າ​ວົງ​ໂຄຈອນ​ໄດ້. ພາຍຫຼັງ​ເຫດການ​ຍິງ​ດາວ​ທຽມ​ຂອງ ສປປ ​ເກົາຫຼີ ປະລາ​ໄຊ​, ຜູ້ຕາງໜ້າ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ຄື: ອາ​ເມ​ລິ​ກາ, ອັງກິດ, ​ເຢຍລະ​ມັນ, ສ ​ເກົາຫຼີ ​ແລະ ຍີ່ປຸ່ນ ​ໄດ້​ອອກສຽງ​ວິຈານ​ກ່ຽວ​ກັບ​ເຫດການ​ນີ້.

        ຢູ່​ວໍ​ຊິງ​ເຕີນ, ທຳນຽບຂາວ ​ໄດ້​ອອກ​ຖະ​ແລງ​ການ​ຢືນຢັນ​ວ່າ: “​ເຫດການ​ຍິງ​ລູກ​ສອນ​ໄຟຂອງ ສປປ ​ເກົາຫຼີ, ​ເຖິງ​ວ່າ​ຖືກປະລາ​ໄຊ​ກໍຕາມ ​​ແຕ່​ພັດ​ແມ່ນ​ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ​ສາກົນ, ​ໄປ​ຝືນ​ກັບ​ບັນດາ​ຄຳ​ໝັ້ນ​ສັນ​ຍາ​ຫວ່າງ​​ແລ້ວ​ນີ້​ຂອງ​ພຽງ​ຢາງ ​ແລະ ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​​ໃນ​ພາກ​ພື້ນ”.

        ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ ​ເກົາຫຼີ Kim Sung Hwan ​ໄດ້​ຖະ​ແຫຼ​ງວ່າ: ສປປ ​ເກົາຫຼີ​ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ເຫດການ​ຍິງລູກ​ສອນ​ໄຟ​ນີ້. Seoul ຢືນຢັນ​ວ່າການ​ກະທຳ​ນີ້​ຂອງ ສປປ ​ເກົາຫຼີ ​ແມ່ນ​ລະ​ເມີດ​ຄຳ​ສັ່ງ​ຂອງ​ສະຫະ​ປະຊາ​ຊາດ.

        ສ່ວນ​ຝ່າຍ ຍີ່​ປູ່​ນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປູ່​ນ Naoki Tanaka ຢັ້ງຢືນວ່າ ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ​ ຖືກຕົກ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ການ​ຍິງ​ລູກ​ສອນ​ໄຟນີ້​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຜືນ​ແຜ່ນ​ດີ​ນຂອງ​ຍີ່​ປູ່​ນ.

        ລັດຖະມົນຕີການ​ຕ່າງປະ​ເທດ​ອັງ​ກິດ William Hague ກໍ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ເຫດການ​ຍິງ​ດາວ​ທຽມ​ຂອງ ສປປ ​ເກົາຫຼີ  ​ແລະ ຮຽກຮ້ອງ​ໃຫ້​ມີປະຕິ​ກິລິຍາ​ຢ່າງ​ແຂງ​ແຮງ​ຈາກ​ປະຊາ​ຄົມ​ໂລກ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ດ່ວນ ​ເພື່ອ​ພິຈາລະນາ​ກ່ຽວ​ກັບ​ເຫ​ດການ​ຍິງ​ດາວ​ທຽມ​ຂອງ ສປປ ​ເກົາຫຼີ. ຍີ່ປຸ່ນ ​ແລະ ສ ​ເກົາຫຼີ ກໍ​ຈະ​ຮຽກ​​ໂຮມ​ການ​ປະຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດ່ວນ​ໃນ​ວັນ​ດຽວ​ກັນ ​ເພື່ອ​ພິຈາລະນາ​ກ່ຽວ​ກັບ​ປະຕິກິລິຍາ​ຕໍ່​ເຫດການ​ຍິງ​ດາວ​ທຽງນີ້.

 

TAG
ຍິງດາວທຽມ/ສປປ ເກົາຫຼີ/ປະລາໄຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ