logo

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

2025/11/8 | 08:30:50
(VOVWORLD) - ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ… 
ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ລົງກວດກາການປະຕິບັດວຽກງານ ການປ້ອງກັນ, ຕ້ານການຂຸ້ນຄົ້ນ IUU (ພາບ: TTXVN)

ວັນທີ 7 ພະຈິກ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໂດຍທ່ານພົນຈັດຕະວາ ຮ່ວາງຮຶ້ວຈຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານປ້ອງກັນຊາຍແດນ, ກຳມະການຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບ IUU ເປັນຫົວໜ້າຄະນະ ໄດ້ລົງກວດກາການປະຕິບັດ ໜ້າທີ່ປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍການ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຂອງກອງບັນຊາການຕຳຫຼວດທະເລເຂດ 4 ຢູ່ເຂດພິເສດ ຝູກວັກ, ແຂວງອານຢາງ. ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ, ຢຶດໝັ້ນແກ້ໄຂບັນດາການກະທຳລະເມີດກົດໝາຍຢ່າງເຂັ້ມງວດ… ປະກອບສ່ວນມຸ່ງໄປເຖິງການແກ້ບັດເຫຼືອງ ຂອງ ຄະນະກຳມະການເອີລົບ (EC)  ແລະ ພັດທະນາອາຊີບຫາປາແບບຍືນຍົງ.

TAG
VOV/VOVworld/IUU/ການ​ຫາ​ປາ/ສິນ​ໃນ​ນ້ຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ