logo

ປະຕິບັດສຳເລັດແຜນການປ່ອຍເງິນລົງທຶນສາທາລະນະ ຈະບໍ່ກໍ່ຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ໄພເງິນເຟີ້

2025/10/6 | 10:08:10
(VOVWORLD) - ແຜນການລົງທຶນສາທາລະນະປີ 2025 ໄດ້ມອບໝາຍແມ່ນ 1.112.000 ຕື້ດົ່ງ, ໄລ່ຮອດວັນທີ 30 ກັນຍາ 2025 ອັດຕາປ່ອຍເງິນໄດ້ບັນລຸກວ່າ 51% ຂອງແຜນການແລ້ວ.
ທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນດຶກຈີ
(ພາບ: VGP)

ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ກັນຍາ ຂອງລັດຖະບານ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 05 ຕຸລາ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມກ່ຽວກັບການສົ່ງຜົນສະທ້ອນຂອງການປ່ອຍເງິນລົງທຶນສາທາລະນະຕໍ່ການຄວບຄຸມໄພເງິນເຟີ້, ການເຕີບໂຕເສດຖະກິດ, ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນລະດັບເຕີບໂຕແບບຍືນຍົງນັ້ນ, ການນຳກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ, ການປະຕິບັດສຳເລັດແຜນການປ່ອຍເງິນລົງທຶນສາທາລະນະ 100% ຈະບໍ່ກໍ່ຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ໄພເງິນເຟີ້.

ຕາມທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນດຶກຈີ, ແຜນການລົງທຶນສາທາລະນະປີ 2025 ໄດ້ມອບໝາຍແມ່ນ 1.112.000 ຕື້ດົ່ງ, ໄລ່ຮອດວັນທີ 30 ກັນຍາ 2025 ອັດຕາປ່ອຍເງິນໄດ້ບັນລຸກວ່າ 51% ຂອງແຜນການແລ້ວ.

“ບັນລຸໄດ້ 100% ຕາມແຜນການ ພວກເຮົາຈະມຸ່ງໄປເຖິງການຄວບຄຸມໄພເງິນເຟີ້ ໃນໄພເງິນເຟີ້ທີ່ພວກເຮົາຕັ້ງຄວາມຫວັງທີ່ໄດ້ປະກາດແລ້ວ. ພວກຂ້າພະເຈົ້າຖືວ່າ ພວກເຮົາບໍ່ຕ້ອງວິຕົກກັງວົນໃນການປ່ອຍເງິນລົງທຶນສາທາລະນະ ຈະສົ່ງຜົນສະທ້ອນບໍ່ດີຕໍ່ບັນດາຄາດໝາຍເສດຖະກິດມະຫາພາກ ແລະ ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດອື່ນ, ຫາກມັນພຽງແຕ່ສົ່ງຜົນສະທ້ອນທີ່ດີຕໍ່ບັນດາຄາດໝາຍເຊິ່ງພວກເຮົາໄດ້ວາງອອກນັບແຕ່ຕົ້ນປີ”.

TAG
VOV/VOVworld/ຄວບ​ຄຸມ/​ໄພ​ເງິນ​ເຟີ້/ເຕີບ​ໂຕ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ