logo

ປະທານ LDP ຄົນໃໝ່ໃຫ້ຄຳໝັ້ນສັນຍາຫັນ “ບັນດາຄວາມວິຕົກກັງວົນກາຍເປັນຄວາມຫວັງ”

2025/10/5 | 11:03:11
(VOVWORLD) - ທ່ານນາງ Sanae Takaichi ໃຫ້ຮູ້ວ່າ ຕ້ອງມີບັນດາຂໍ້ຕົກລົງດ້ານນະໂຍບາຍເພື່ອສ້າງຕັ້ງລັດຖະບານໃໝ່ ດ້ວຍພັກໃໝ່
ທີ່ກອງປະຊຸມຖະແຫຼງຂ່າວທຳອິດເມື່ອດຳລົງຕຳແໜ່ງປະທານພັກປະຊາທິປະໄຕເສລີ
(ພາບ: Yuichi Yamazaki/REUTERS)

ພັກປະຊາທິປະໄຕເສລີ (LDP) ໄດ້ສ້າງຂີດໝາຍທົດສະວັດໃໝ່, ຈະຫັນ “ບັນດາຄວາມວິຕົກກັງວົນຂອງປະຊາຊົນໃຫ້ກາຍເປັນຄວາມຫວັງ”. ນີ້ແມ່ນຄຳຢືນຢັນຂອງທ່ານນາງ Sanae Takaichi ໃນວັນທີ 04 ຕຸລາ, ທີ່ກອງປະຊຸມຖະແຫຼງຂ່າວທຳອິດເມື່ອດຳລົງຕຳແໜ່ງປະທານພັກປະຊາທິປະໄຕເສລີ (LDP) ເພື່ອປະກາດແຜນນະໂຍບາຍກ່ຽວກັບການພົວພັນພາຍໃນ, ການຕ່າງປະເທດ, ຄວາມໝັ້ນຄົງ ແລະ ເສດຖະກິດ.

ກ່ຽວກັບຂອບເຂດພັນທະມິດ, ທ່ານນາງ Sanae Takaichi ໃຫ້ຮູ້ວ່າ ຕ້ອງມີບັນດາຂໍ້ຕົກລົງດ້ານນະໂຍບາຍເພື່ອສ້າງຕັ້ງລັດຖະບານໃໝ່ ດ້ວຍພັກໃໝ່, ພ້ອມກັນນັ້ນ ກໍ່ຮຽກຮ້ອງການຮ່ວມມືຈາກບັນດາກຳລັງຝ່າຍຄ້ານ ເພື່ອຊອກຫາບັນດາມາດຕະການແກ້ໄຂໄພເງິນເຟີ້ທີ່ພວມສົ່ງຜົນສະທ້ອນເຖິງການດຳລົງຊີວິດຂອງປະຊາຊົນຢ່າງມີປະສິດທິຜົນ.

TAG
VOV/VOVworld/ທຳ​ອິດ/​ຕຳ​ແໜ່ງ​/​ພັກ​/ປະ​ຊາ​ທິ​ປະ​ໄຕ/​ເສ​ລີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ