logo

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃຫ​້​ການ​ຕ້ອນ​ຮັ​ບ ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ລາວ​ສ້າງ​​ຊາດ

2019/6/23 | 08:42:10
(VOVWORLD) -  ຂະແໜງກະສິກຳ ຂອງ ຫວຽດນາມ ເວົ້າລວມ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນເກິ່ນເທີເວົ້າສະເພາະ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບລາວບົດຮຽນອັນລ້ຳຄ່າໃນການພັດທະນາກະສິກຳ.
ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມອບຮູບແຕ້ມໃຫ້ແກ່ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກຳມະການສູນກາງແນວລາວສ້າງຊາດ (ພາບ: TTXVN)

        ວັນທີ 22 ມິຖຸນາ, ຢູ່ນະຄອນ ເກິ່ນເທີ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນເກິ່ນເທີ ເພື່ອ ແນໃສ່ຊອກຮູ້ບົດຮຽນການພັດທະນາກະສິກຳຂອງນະຄອນ ເກິ່ນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຫວຽດນາມ ພວມໜູນຊ່ວຍ ລາວ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ຖ່າຍທອດບັນດາຄວາມກ້າວໜ້າດ້ານວິທະຍາສາດ ເຕັກນິກໃນການປູກຝັງ, ລ້ຽງສັດ, ລ້ຽງປູກສິນໃນນ້ຳ. ຂະແໜງກະສິກຳ ຂອງ ຫວຽດນາມ ເວົ້າລວມ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນເກິ່ນເທີເວົ້າສະເພາະ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບລາວບົດຮຽນອັນລ້ຳຄ່າໃນການພັດທະນາກະສິກຳ.

        ສ່ວນທ່ານ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ ລາວຢາກເຊື້ອເຊີນບັນດານັກຊ່ຽວຊານ ຂອງ ເກິ່ນເທີ ໄປສຳຫຼວດຢູ່ລາວ ໃນບັນດາຂົງເຂດຜະລິດເຂົ້າ, ປູກຕົ້ນໄມ້ກິນໝາກ ແລະ ລ້ຽງປູກສິນໃນນ້ຳ. ຫຼັງຈາກນັ້ນ, ສອງຝ່າຍຈະປຶກສາຫາລືເຫັນດີເປັນເອກະພາບ ແລະ ພ້ອມກັນດຳເນີນການຜັນຂະຫຍາຍບັນດາໂຄງການຮ່ວມມືຕໍ່ໄປ, ເລືອກເອົາບັນດາມາດຕະການທີີ່ເໝາະສົມທີ່ສຸດເພື່ອປະຕິບັດບັນດາໂຄງການຮ່ວມມືກັບລາວ. ທ່ານ ໄຊສົມພອນ ພົມວິຫານ ມີຄວາມປາດຖະໜາຢາກໃຫ້ ຫວຽດນາມຖ່າຍທອດ ບັນດາທັກສະ, ເຕັກນິກສູງໃຫ້ແກ່ຝ່າຍລາວ.

TAG
VOV/VOVworld/ແນວ​ໂຮມ​ປະ​ເທດ​ຊາດ/ຫວຽດ​ນາມ/ແນວ​ລາວ​ສ້າງ​​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ