logo

ປະທານປະເທດຫວຽດນາມ ພົບປະກັບ ປະທານນາທິບໍດີ ສະຫະລັດອາເມຣິກາ ແລະ ການນຳຂັ້ນສູງປະເທດສະມາຊິກ APEC ຈຳນວນໜຶ່ງ.

2025/10/30 | 08:48:00
(VOVWORLD) - ທ່ານ ເລືອງເກື່ອງ ໄດ້ຕີລາຄາສູງບົດບາດຂອງ ປະທານນາທິບໍດີສະຫະລັດອາເມຣິກາ ໃນການຊຸກຍູ້ການແກ້ການປະທະກັນ ແລະ ການຟື້ນຟູສັນຕິພາບຄຶນຢູ່ບາງຂົງເຂດໃນໂລກ ໃນໄລຍະທີ່ຜ່ານມາ.
ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ພົບປະກັບ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ (ພາບ: VOV)

ວັນທີ 29 ຕຸລາ, ຕາມເວລາທອງຖິ່ນ, ໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ APEC ຢູ່ ປະເທດ ສ.ເກົາຫຼີ, ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ໄດ້ພົບປະກັບ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ ແລະ ການນຳຂັ້ນສູງປະເທດສະມາຊິກ APEC ຈຳນວນໜຶ່ງ.

ໃນການພົບປະດັ່ງກ່າວ, ທ່ານ ເລືອງເກື່ອງ ໄດ້ຕີລາຄາສູງບົດບາດຂອງ ປະທານນາທິບໍດີສະຫະລັດອາເມຣິກາ ໃນການຊຸກຍູ້ການແກ້ໄຂການປະທະກັນ ແລະ ການຟື້ນຟູສັນຕິພາບຢູ່ໃນພາກພື້ນຕ່າງໆໃນໂລກ ໃນໄລຍະທີ່ຜ່ານມາ; ຢືນຢັນວ່າ ຫວຽດນາມ ມີຄວາມພ້ອມທີ່ຈະສວມບົດບາດໃນການເປັນຂົວຕໍ່່, ໜູນຊ່ວຍໃນການຊອກຫາມາດຕະການແກ້ໄຂ້ແບບຍືນຍົງ, ສອດຄອງກັບກົດໝາຍສາກົນຕໍ່່ກັບກໍລະນີປະທະກັນ. ດ້ວຍຄວາມປາດຖະໜາຢາກຮັກສາການພັດທະນາຢ່າງມີສະຖຽນລະພາບ, ມີປະສິດທິຜົນ, ທ່ານ ເລືອງເກື່ອງ ໄດ້ສະເໜີໃຫ້ ຫວຽດນາມ-ສະຫະລັດອາເມຣິກາ ຕ້ອງ ສຳເລັດການເຈລະຈາສັນຍາການຄ້າ ສົມທົບຕາມທິດ ສອງຝ່າຍຕ່າງຜົນປະໂຫຍດບົນພື້ນຖານຖະແຫຼງການທີ່ຜ່ານມານັ້ນໂດຍໄວ, ຄິດໄລ່ເຖິງບັນດາລັກສະນະພິເສດສະເພາະຂອງຫວຽດນາມ ແລະ ຄວາມສຳຄັນຂອງສາຍພົວພັນສອງປະເທດ.

ສ່ວນ ທ່ານ ໂດໂນ້ ທຣຳ ປະທານນາທິບໍດີສະຫະລັດອາເມຣິກາ ໄດ້ຢັ້ງຢືນການຖື ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານກັບຫວຽດນາມເປັນສຳຄັນ; ຕິລາຄາສູງບົດບາດ, ທີ່ຕັ້ງທີ່ນັບມື້ນັບເພີ່ມທະວີຂອງຫວຽດນາມ ກໍ່່ຄືບັນດາຄວາມພະຍາຍາມຂອງຫວຽດນາມ ກ່ຽວກັບ ການປະຕິຮູບ, ການເປີດປະຕູ, ການເຊື່ອມໂຍງ. ການປ່ຽນແປງໃໝ່ດ້ານເສດຖະກິດຢ່າງແຮງ. ທ່ານ ໂດໂນ້ ທຣຳ ກໍ່່ຊົມເຊີຍ ຫວຽດນາມ ທີ່ນຳເຂົ້າບັນດາສິນຄ້າທີ່ເປັນທ່າແຮງ ຂອງສະຫະລັດອາເມຣິກາ.

ໃນຕອນບາຍວັນດ່ຽວກັນ, ຢູ່ງານລ້ຽງຕ້ອບຮັບບັນດາການນຳ APEC, ທ່ານ ເລືອງເກື່ອງ ກໍ່ໄດ້ມີກັບພົບປະໃນເວລາສັ້ນກັບ ນາຍົກລັດຖະມົນຕີ ການາດາ, ໄທ, ສິງກະໂປ, ອົດສະຕາລິ ແລະ ນິວ ຊີແລນ.

       ໃນຂອບເຂດເຂົ້າຮ່ວມສັບປະດາຂັ້ນສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ເຮັດວຽກ 2 ຝ່າຍຢູ່ ປະເທດ ສ.ເກົາຫຼີ, ຕອນເຊົ້າວັນທີ 30 ຕຸລາ, ຢູ່ນະຄອນ Gyeongju, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ກໍ່ຕັ້ງກຸ່ມບໍລິສັດ MEBO International ຂອງ ຈີນ; ປະທານກຸ່ມບໍລິສັດ Lotte (ສ.ເກົາຫຼີ) ແລະ ເລຂາທິການໃຫຍ່ຫ້ອງການການຄ້າສາກົນ (ICC).

TAG
VOV/VOVworld/ອ​າ​ເມ​ລິ​ກາ/ຫວຽດ​ນາມ/ການ​ພົວ​ພັນ/APEC

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ