logo

ປະ​ທານ​ປະ​ເທດ ຫວຽດ​ນາມ​ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ສ້າງ​ຕັ້ງ ສ​ປ​ຊ

2025/9/23 | 07:24:00
(VOVWORLD) - ທ່ານ António Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ທຸກປະເທດ ພ້ອມກັນປະຕິບັດຕາມກົດໝາຍສາກົນ, ຍົກສູງກົດບັດ ສປຊ, ຮ່ວມມືກັນມຸ່ງໄປສູ່ສັນຕິພາບ, ຄວາມເປັນທຳ ແລະ ຄວາມກ້າວໜ້າໃຫ້ໝົດທຸກຄົນ.
ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ (ພາບ: VOV)

ວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ, ທີ່ ນິວຢອກ, ອາເມລິກາ ໄດ້ດຳເນີນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີປະມຸກລັດ 103 ທ່ານ, ນາຍົກລັດຖະມົນຕີ 46 ທ່ານ, ພ້ອມກັບຜູ້ຕາງໜ້າການນຳຂັ້ນສູງບັນດາປະເທດ ສະມາຊິກ ສປຊ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ນຳໜ້າ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Annalena Baerbock ປະທານສະມັດຊາໃຫຍ່ ສປຊ ຊຸດທີ 80 ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ ກົດບັດ ສປຊ - ເອກະສານພື້ນຖານສະແດງຄວາມມຸ່ງຫວັງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ແງ່ຫວັງຂອງມວນມະນຸດໃນທົ່ວໂລກ ກ່ຽວກັບສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ.

ໃນບົດກ່າວປາໄສຂອງຕົນ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ທຸກປະເທດ ພ້ອມກັນປະຕິບັດຕາມກົດໝາຍສາກົນ, ຍົກສູງກົດບັດ ສປຊ, ຮ່ວມມືກັນມຸ່ງໄປສູ່ສັນຕິພາບ, ຄວາມເປັນທຳ ແລະ ຄວາມກ້າວໜ້າໃຫ້ໝົດທຸກຄົນ.

TAG
VOV/VOVworld/ສະ​ຫະ​ປະ​ຊາ​ຊາດ/ອາ​ເມ​ລິ​ກາ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ