logo

ປະທານປະເທດຫວຽດນາມ ເລືອງເກື່ອງ: ຫວຽດນາມ ຕ້ອງການຍົກສູງປະສິດທິຜົນ ການຮ່ວມມືກັບ ກູບາ ໃຫ້ດີຍິ່ງຂຶ້ນອີກ

2025/10/1 | 09:15:56
(VOVWORLD) - ການນຳສອງຝ່າຍ ເຫັນດີເປັນເອກະພາບເອົາໃຈໃສ່ຊີ້ນຳບັນດາພາກສ່ວນກ່ຽວຂ້ອງ ຜັນຂະຫຍາຍໝາກຜົນບັນດາຄຳໝັ້ນສັນຍາທີຕົກລົງກັນ, ພິເສດກ່ຽວກັບ ຄວາມໝັ້ນຄົງດ້ານອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ເຕັກໂນໂລຊີຊີວະພາບ ແລະ ບັນດາຄວາມອາດສາມາດດ້ານອື່ນໆ.
ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ແລະ ທ່ານເອສເຕແບນ ລາໂຊ ເຮີນັນເດສ, ປະທານສະພາແຫ່ງຊາດກູບາ (ພາບ: VOV)

ວັນທີ 30 ກັນຍາ, ຢູ່ສຳນັກງານປະທານປະເທດ (ນະຄອນຫຼວງຮ່າໂນ້ຍ), ທ່ານ ເອສເຕແບນ ລາໂຊ ເຮີນັນເດສ, ປະທານສະພາແຫ່ງຊາດກູບາ ໄດ້ພົບປະ ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ໃນໂອກາດຢ້ຽມຢາມທາງການ ຫວຽດນາມ ແລະ ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການ ລັດຖະສະພາ ລະຫວ່າງຊາດ ຫວຽດນາມ-ກູບາ ຕັ້ງແຕ່ ວັນທີ 30/9 -5/10/2025.

ໃນການພົບປະ, ທ່ານ ປະທານປະເທດເລືອງເກືອງ ຢືນຢັນ ການຕັດສິນໃຈຂອງຫວຽດນາມ ປາຖະໜາ ຢາກຍົກສູງປະສິດທິຜົນ ການຮ່ວມມືກັບປະເທດກູບາ ອ້າຍນ້ອງ ໃນທຸກຂົງເຂດ, ພິເສດແມ່ນ ເສດຖະກິດ-ການຄ້າ ແລະ ການລົງທຶນ, ເສີມຂະຫຍາຍສູງສຸດທ່າແຮງຂອງທັງສອງປະເທດ. ປະທານປະເທດເນັ້ນໜັກ ລັດຖະບານຫວຽດນາມ ຍິນດີແບ່ງປັນປະສົບການ, ຊຸກຍູ້ການຮ່ວມມືຫຼາຍດ້ານກັບ ກູບາ , ໂດຍສະເພາະແມ່ນ ບັນດາຂົງເຂດທີ່ສອງຝ່າຍມີຄວາມສົນໃຈ, ພິເສດແມ່ນ ການແບ່ງບັນປະສົບການ ແລະ ບົດຮຽນທີ່ບັນລຸໄດ້ຂອງ ຫວຽດນາມ ໃນເກືອບຕະຫຼອດໄລຍະ 40 ປີ ປະຕິບັດນະໂຍບາຍປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ.

ສຳລັບຝ່າຍກູບາ, ທ່ານ ເອສເຕແບນ ລາໂຊ ເຮີນັນເດສ, ປະທານສະພາແຫ່ງຊາດກູບາ ຢັ້ງຢືນວ່າ ສືບຕໍ່ຜັນຂະຫຍາຍຜົນສຳເລັດກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມາທິການລັດຖະສະພາ ກູບາ - ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ເຄື່ອນໄຫວ ຢູ່ໃນກູບາ; ຍູ້ແຮງການສຶກສາຮຸ່ນໜຸ່ມສອງປະເທດ ເພື່ອສືບຕໍ່ມູນເຊື້ອສາຍພົວພັນລະຫວ່າງສອງປະເທດ.

ການນຳສອງຝ່າຍ ເຫັນດີເປັນເອກະພາບເອົາໃຈໃສ່ຊີ້ນຳບັນດາພາກສ່ວນກ່ຽວຂ້ອງ ຜັນຂະຫຍາຍໝາກຜົນບັນດາຄຳໝັ້ນສັນຍາທີຕົກລົງກັນ, ພິເສດກ່ຽວກັບ ຄວາມໝັ້ນຄົງດ້ານອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ເຕັກໂນໂລຊີຊີວະພາບ ແລະ ບັນດາຄວາມອາດສາມາດດ້ານອື່ນໆ.

TAG
VOV/VOVworld/ຫວຽດ​ນາມ/ກຸຍ​ບາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ