logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

2025/10/3 | 11:43:00
(VOVWORLD) -   ຕອນບ່າຍວັນທີ 03 ຕຸລາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ການາດາ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດ ການາດາ (ພາບ: VOV)

ໃນການຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດ ການາດາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ແມ່ນຍັງໃຫຍ່ຫຼວງຢູ່, ດັ່ງນັ້ນ, ທ່ານສະເໜີໃຫ້ທ່ານເອກອັກຄະລັດຖະທູດເຊື່ອມຕໍ່, ຊຸກຍູ້ວົງເງິນການຄ້າ 2 ຝ່າຍໃຫ້ສົມກັບກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ.

        ສ່ວນທ່ານ James Nickel ເອກອັກຄະລັດຖະທູດ ການາດາ ຢັ້ງຢືນວ່າ ການາດາ ແບ່ງປັນກັບ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ມິດຕະພາບການຮ່ວມມືພັດທະນາ; ພ້ອມທັງປາດຖະໜາສອງຝ່າຍຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂໍ້ລິເລີ່ມສັນຕິພາບ; ກໍຄືຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ…

        ກໍໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ມາປະຕິບັດໜ້າທີ່ຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ທ່ານ ເລືອງເກື່ອງ ກໍໄດ້ຮັບສານຕາຕັ້ງຂອງເອກອັກຄະລັດຖະທູດ 4 ປະເທດ ທີ່ມາຈາກ Jamaica, Tunisia, Slovenia ແລະ Tajikistan. 


TAG
VOV/VOVworld/​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ