logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ແຂວງ ຝູ​ທໍ້ ຄັ້ງ​ທີ 1, ອາ​ຍຸ​ການ 2025 – 2030

2025/9/30 | 11:12:30
(VOVWORLD) - ຕອນເຊົ້າວັນທີ 30 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຝູທໍ້ ຄັ້ງທີ 1, ອາຍຸການ 2025 – 2030.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີໃຫ້ແຂວງ ຝູທໍ້ ຮັກສາຄວາມສາມັກຄີ, ເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳຢ່າງໝັ້ນແກ່ນ; ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ພ້ອມດຽວກັນນັ້ນ ສ້າງອຳນາດການປົກຄອງທ້ອງຖິ່ນ  2 ຂັ້ນ ມີຄວາມກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນຢ່າງແທ້ຈິງ.

        “ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍສຸມໃສ່ຜັນຂະຫຍາຍບັນດາບາດກ້າວບຸກທະລຸຍຸດທະສາດຢ່າງມີປະສິດທິຜົນ; ສຸມໃສ່ພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ, ສ້າງພື້ນຖານໃຫ້ແກ່ການພັດທະນາວ່ອງໄວ ແລະ ຍືນຍົງ; ຊຸກຍູ້ການພັດທະນາຂົງເຂດເສດຖະກິດເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງການພັດທະນາເສດຖະກິດຢ່າງແທ້ຈິງ; ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ດຶງດູດບັນດາແຫຼ່ງເງິນລົງທຶນຍຸດທະສາດຢ່າງມີປະສິດທິຜົນ…”


TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ແຂວງ ຝູ​ທໍ້ ຄັ້ງ​ທີ 1/ຫັນ​ເປັນ​ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ