logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ເຊີດ​ຊູ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ຫັນ​ປ່ຽນ​ຢ່າງ​ແຮງ​ເພື່ອ​ສ້າງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

2025/9/24 | 10:25:00
(VOVWORLD) -    ວັນທີ 23 ກັນຍາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ, ອາເມລິກາ, ທ່ານ ເລື່ອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ດ້ວຍສານລຸລ່ວງທີ່ວ່າ: “ເຊີດຊູຄຸນຄ່າຂອງສັນຕິພາບ, ຫັນປ່ຽນຢ່າງແຮງເພື່ອສ້າງອະນາຄົດແບບຍືນຍົງ”.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 

ໃນບົດກ່າວຄຳເຫັນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ສັນຕິພາບທັງແມ່ນເປົ້າໝາຍ, ທັງແມ່ນເງື່ອນໄຂຕັດສິນຊີ້ຂາດໃນການສ້າງອະນາຄົດຢ່າງມີສະຖຽນລະພາບ, ຍຸຕິທຳ, ປະຊາທິປະໄຕ ແລະ ພັດທະນາແບບຍືນຍົງ. ທ່ານປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ, ຢຸດຕິການໃຊ້ຄວາມຮຸນແຮງ, ປົກປ້ອງສາມັນຊົນ, ສ້າງເງື່ອນໄຂເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳຢູ່ບັນດາເຂດການປະທະກັນ, ຕີລາຄາສູງເລື່ອງຫຼາຍປະເທດຮັບຮອງລັດ ປາແລັດສະຕິນ, ພ້ອມທັງຮຽກຮ້ອງການໜູນຊ່ວຍມະນຸດສະທຳໂດຍດ່ວນໃຫ້ແກ່ປະຊາຊົນ ປາແລັດສະຕິນ, ສະເໜີ ອາເມລິກາ ຍົກເລີກບັນດາມາດຕະການຂວ້ຳບາດສຳລັບ ກູບາ ແລະ ລົບ ກູບາ ອອກຈາກບັນຊີລາຍຊື່ປະເທດອຸປະຖຳການກໍ່ການຮ້າຍ.

        ທ່ານປະທານປະເທດ ເນັ້ນໜັກວ່າ ບັນດາປະເທດຕ້ອງສ້າງຍຸດທະສາດສັງລວມ, ລົງທຶນຢ່າງແຮງເຂົ້າໃນການຄົ້ນຄວ້າພັດທະນາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງເຕັກໂນໂລຢີສີຂຽວ, ພິເສດ ຕ້ອງເພີ່ມທະວີການຮ່ວມມືສາກົນໃນການຖ່າຍທອດເຕັກໂນໂລຢີ ແລະ ລະດົມການເງິນສີຂຽວ, ບັນດາປະເທດພັດທະນາຕ້ອງແບ່ງປັນ, ຖ່າຍທອດເຕັກໂນໂລຢີໃຫ້ບັນດາປະເທດທີ່ພວມ ແລະ ດ້ອຍພັດທະນາ, ພ້ອມທັງຕ້ອງຮັບປະກັນວິວັດທະນາການຫັນປ່ຽນສັງຄົມ ຕ້ອງຖືມະນຸດເປັນໃຈກາງ.


TAG
VOV/VOVworld/ສັນ​ຕິ​ພາບ​/ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ