logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທາ​ນ​ງານ​ລ້ຽງ​ທາງ​ລັດ​ຖະ​ກິດ ກະ​ສັດ ບ​ຣູ​ໄນ

2025/12/2 | 09:14:46
(VOVWORLD) - ຕອນຄ່ຳວັນທີ 01 ທັນວາ, ຢູ່ສູນປະຊຸມສາກົນ ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ. ຫວຽດນາມ ໄດ້ເປັນປະທານງານລ້ຽງຕ້ອນຮັບທາງລັດຖະກິດກະສັດ ບຣູໄນ Darussalam Haji Hassanal Bolkiah ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ບຣູໄນ ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ນັບແຕ່ວັນທີ 30 ພະຈິກ - 2 ທັນວາ.
 ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ. ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍ ກະສັດ
ບຣູໄນ Darussalam Haji Hassanal Bolkiah  (ພາບ:  VOV)

 ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ:

ການຢ້ຽມຢາມ ຫວຽດນາມ ຂອງກະສັດ ບຣູໄນ ຊ່ວຍເຮັດໃຫ້ສາຍພົວພັນອັນສະໜິດແໜ້ນ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ເລິກເຊິ່ງຂຶ້ນຕື່ມ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ ແລະ ຄວາມມານະພະຍາຍາມຂອງທັງສອງຝ່າຍ, ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າ; ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນທົ່ວໂລກ”.

ສ່ວນກະສັດບຣູໄນ Darussalam Haji Hassanal Bolkiah ກໍ່ເນັ້ນໜັກວ່າ ເລື່ອງ 2 ປະເທດສືບຕໍ່ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ ແລະ ເຮັດໃຫ້ການຮ່ວມມືໃນທຸກດ້ານເລິກເຊິ່ງກວ່າເກົ່າ, ເຊັ່ນ: ກະສິກຳ, ພະລັງງານ… ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດລວມເທົ່ານັ້ນ ຫາກຍັງຍົກສູງກຳລັງຄວາມສາມາດຂອງບັນດາຂະແໜງອຸດສາຫະກຳ, ວິສາຫະກິດສອງປະເທດ ກໍຄື ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ; ພ້ອມທັງ, ປາດຖະໜາວ່າ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ວິໄສທັດປະຊາຄົມ ອາຊຽນ ໃນປີ 2045.


TAG
VOV/VOVworld/ກະ​ສັດ ບ​ຣູ​ໄນ ​Darussalam Haji Hassanal Bolkiah/ງານ​ລ້ຽງ​ທາງ​ລັດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ