logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢ່າງ​ເປັນ​ທາງ​ການ

2025/10/24 | 11:38:16
(VOVWORLD) - ອນບ່າຍວັນທີ 24 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິກາໃຫຍ່ ສປຊ António Guterres  ຢ່າງເປັນທາງການ.
ປະທານປະເທດ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບທ່ານ António Guterres ເລຂາທິການໃຫຍ່ ສປຊ ຢ່າງເປັນທາງການ (ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ປະທານປະເທດ ເລືອງເກື່ອງ, ຕອນບ່າຍວັນທີ 24 ຕຸລາ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ. ຕອນບ່າຍວັນທີ 24 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິກາໃຫຍ່ ສປຊ ຢ່າງເປັນທາງການ.

ການຢ້ຽມຢາມຫວຽດນາມ ຂອງທ່ານ António Guterres  ເລຂາທິການໃຫຍ່ ສປຊ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສປຊ (24/10/1945 - 24/10/2025) ແລະ ເນື່ອງໃນໂອກາດ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945 - 2/9/2025). ນີ້ແມ່ນບັນດາເຫດການທີ່ມີຄວາມໝາຍສັນຍາລັກທີ່ເລິກເຊິ່ງ, ສ່ອງແສງວິວັດການພ້ອມກັນພັດທະນາຂອງທັງສອງຝ່າຍ, ພ້ອມກັນແບ່ງປັນບັນດາຄຸນຄ່າຫຼັກແຫຼ່ງກໍ່ຄືບັນດາຫຼັກການໄດ້, ພວມ ແລະ ຈະສືບຕໍ່ກຳນົດອະນາຄົດ.

TAG
VOV/VOVworld/ສະ​ຫະ​ປະ​ຊາ​ຊາດ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ