logo

ປະ​ທານ​ປະ​ເທດ​ເລືອງ​ເກື່ອງ: ເລື່ອງ​ຮຳ​ບາດ​ແຜ, ສ້າງ​ຄວາມ​ປອງດອງ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແມ່ນ​ພະ​ຍານຫຼັກ​ຖານ​ກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ນ້ຳ​ໃຈ​ໂອບ​ອ້ອມ​ອາ​ລີ

2025/9/23 | 09:11:25
(VOVWORLD) - ປະຊາຊົນ ຫວຽດນາມ ເລືອກໂຈະອະດີດຕະການອັນເຈັບປວດໄວ້ ເພື່ອມຸ່ງໄປເຖິງອະນາຄົດ; ເລືອກໃຫ້ອະໄພ, ແຕ່ບໍ່ຫຼົງລືມ; ເຊື່ອໝັ້ນຕໍ່ຄົນລຸ້ນຫຼັງຂອງ ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນເພີ່ມພູນຄູນສ້າງສັງກາດແຫ່ງສັນຕິພາບ, ຮ່ວມມື, ພັດທະນາ ແລະ ເຄົາລົບເຊິ່ງກັນ ແລະ ກັນ. 
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ

ຕອນບ່າຍວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີການພົບປະກັບບັນດານັກຮົບເກົ່າ ຫວຽດນາມ - ອາເມລິກາ ເນື່ອງໃນໂອກາດໄປປະຕິບັດງານຢູ່ນະຄອນ ນິວຢອກ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ. ນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ປະຊາຊົນ ຫວຽດນາມ ເລືອກໂຈະອະດີດຕະການອັນເຈັບປວດໄວ້ ເພື່ອມຸ່ງໄປເຖິງອະນາຄົດ; ເລືອກໃຫ້ອະໄພ, ແຕ່ບໍ່ຫຼົງລືມ; ເຊື່ອໝັ້ນຕໍ່ຄົນລຸ້ນຫຼັງຂອງ ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນເພີ່ມພູນຄູນສ້າງສັງກາດແຫ່ງສັນຕິພາບ, ຮ່ວມມື, ພັດທະນາ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ຢັ້ງຢືນ ຫວຽດນາມ ແລະ ອາເມລິກາ ໄດ້ ແລະ ພວມຮ່ວມແຮງຮ່ວມໃຈສ້າງອະນາຄົດອັນສົດໃສໃຫ້ແກ່ສອງປະເທດ, ທ່ານ ເລືອງເກື່ອງ ເນັ້ນໜັກວ່າ ເລື່ອງລາວຮຳບາດແຜ, ສ້າງຄວາມປອງດອງລະຫວ່າງ ຫວຽດນາມ ແລະ ອາເມລິກາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນກຳລັງແຮງຂອງນ້ຳໃຈໂອບອ້ອມອາລີສາມາດຍິ່ງໃຫຍ່ເຖິງຂັ້ນໃດ ແລະ ສາມາດບຸກທະລຸຂໍ້ຈຳກັດຄືແນວໃດ. ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ບັນດານັກຮົບເກົ່າ ຫວຽດນາມ, ບັນດານັກຮົບເກົ່າ ອາເມລິກາ ດ້ວຍນ້ຳໃຈອັນກວ້າງໃຫຍ່ ແລະ ນ້ຳໃຈເພື່ອນມິດ, ຈະສືບຕໍ່ສະໜັບສະໜູນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ມີສະຖຽນລະພາບ, ນັບມື້ນັບພັດທະນາຢ່າງຕັ້ງໜ້າ ແລະ ດີງາມກວ່າເກົ່າ.

ກໍໃນການພົບປະນີ້, ບັນດານັກຮົບເກົ່າ ຫວຽດນາມ ແລະ ອາເມລິກາ ໄດ້ແບ່ງປັນກ່ຽວກັບບັນດາເລື່ອງລາວອະດີດຕະການຈາກສອງຝ່າຍ, ວິວັດທະນາການຮຳບາດແຜສົງຄາມ ແລະ ບັນດາຄວາມປາດຖະໜາຢາກໂຈະ, ເຄົາລົບອະດີດຕະການ ແລະ ມຸ່ງໄປເຖິງອະນາຄົດອັນດີງາມລະຫວ່າງສອງປະເທດ.

TAG
VOV/VOVworld/ຮຳ​ບາດ​ແຜ​ສົງ​ຄາມ/ອະ​ດີດ​ຕະ​ການ/ປະ​ທາ​ນ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ