logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ພິ​ທີ​​ເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ

2025/10/15 | 08:38:43
(VOVWORLD) - ຕອນເຊົ້າວັນທີ 15 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງກ່ຽວກັບວຽກງານກະກຽມໃຫ້ແກ່ພິທີເຊັນສົນທິສັນຍາຂອງ ສປຊ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ). ພິທີເປີດເຊັນຈະດຳເນີນໃນລະຫວ່າງວັນທີ 25 – 26 ຕຸລາ ຈະມາເຖິງ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ

ບົດລາຍງານຂອງຄະນະຊີ້ນຳພິທີເຊັນສົນທິສັນຍາຂອງ ສປຊ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໃຫ້ຮູ້ວ່າ ໄລ່ຮອດວັນທີ 14 ຕຸລາ ມີ 93 ຄະນະຜູ້ແທນ ໂດຍການນຳຂັ້ນສູງ ແລະ ການນຳກະຊວງຂະແໜງການບັນດາປະເທດເປັນຫົວໜ້າຄະນະ ຢັ້ງຢືນເຂົ້າຮ່ວມເຫດການ ພ້ອມກັບຜູ້ແທນກວ່າ 1.000 ຄົນ ແລະ ສື່ມວນຊົນ. ກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບອົງການຂອງ ສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ສ້າງລາຍການໃຫ້ແກ່ພິທີດັ່ງກ່າວ, ກໍຄືບັນດາເຫດການທີ່ກ່ຽວຂ້ອງ ລວມມີ 8 ເຫດການໂດຍການນຳບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ແລະ UNODC ບໍລິຫານ; 38 ກອງປະຊຸມສຳມະນາ, ປຶກສາຫາລືດ້ານວິຊາການ ແລະ ຮ້ານວາງສະແດງກວ່າ 20 ຮ້ານ.

        ເມື່ອກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍ ອິນເຕີເນັດ ແມ່ນຂີດໝາຍສຳຄັນເມື່ອ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເຊັນສົນທິສັນຍາຂອງ ສປຊ ເປັນຄັ້ງທຳອິດ, ໃນສະພາບການໃນປັດຈຸບັນ ບັນຫາຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໄດ້ໃຫ້ຄວາມສົນໃຈເປັນພິເສດ.


TAG
VOV/VOVworld/ການປ້ອງກັນຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ/ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ