logo

ປະ​ທານປະ​ເທດ ເລືອງ​ເກື່ອງ ແລະ ພັນ​ລະ​ຍາ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 80 ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ສປ​ຊ

2025/9/21 | 11:09:45
(VOVWORLD) - ຕອນເຊົ້າວັນທີ 21 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ເດີນທາງໄປເຂົ້າຮ່ວມວາລະປຶກສາຫາລືລວມສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ແລະ ພັນລະຍາ ເລີ່ມຕົ້ນການປະຕິບັດງານ (ພາບ: TTXVN)

ເລື່ອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຂົ້າຮ່ວມວາລະປຶກສາຫາລືລວມແມ່ນກົງກັບໂອກາດ ສະເຫຼີມສະຫຼອງ 80 ປີສ້າງຕັ້ງ ສປຊ (1945 – 2025) ມີຄວາມໝາຍສຳຄັນ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າແກ່ນສານຂອງ ສປຊ. ການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກື່ອງ ແລະ ຄະນະຜູ້ແທນ ຫວຽດນາມ ບໍ່ພຽງແຕ່ສະແດງຄວາມສົນໃຈຢ່າງເລິກເຊິ່ງຂອງພັກ ແລະ ລັດ ທີ່ມີຕໍ່ການຮ່ວມມືຫຼາຍຝ່າຍ, ບັນດາໂຄງການດຳເນີນງານໃຫຍ່ຂອງ ສປຊ ເທົ່ານັ້ນ, ຫາກຍັງຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນຂອງ ຫວຽດນາມ ອີກດ້ວຍ.

        ການປະຕິບັດງານຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການ (12/07/1995 - 12/07/2025) ແລະ 2 ປະເທດຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານ (09/2023 - 09/2025).      

TAG
VOV/VOVworld/​ປະ​ທານ​ປະ​ເທດ/ວາລະປຶກສາຫາລືລວມ/ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ