logo

ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ

2021/7/23 | 10:27:20
(VOVWORLD) -ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ທ່ານ ເວືອງດິ່ງເຫ້ວ ຈະສືບຕໍ່ຊີ້ນຳສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ຊຸດທີ XV ປະຕິບັດບົດບາດ, ສິດອຳນາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ
ທ່ານ ເວືອງດິ່ງເຫ້ວ, ປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XIV
(ພາບ: TTXVN)

ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເລືອກຕັ້ງທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XIV ເປັນປະທານສະພາແຫ່ງຊາດໃນວັນທີ 20 ກໍລະກົດ 2021, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ສົ່ງຈົດໝາຍອວຍພອນ.

        ໃນຈົດໝາຍອວຍພອນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຂຽນວ່າ: ເລື່ອງທ່ານ ເວືອງດິ່ງເຫ້ວ ໄດ້ເລືອກຕັ້ງເປັນປະທານສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ກຳລັງຄວາມສາມດຂອງທ່ານ.

        ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ທ່ານ ເວືອງດິ່ງເຫ້ວ ຈະສືບຕໍ່ຊີ້ນຳສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ຊຸດທີ XV ປະຕິບັດບົດບາດ, ສິດອຳນາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ, ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຫວຽດນາມ ເພື່ອຄວາມຜາສຸກ, ອີ່ມໜຳສຳລານຂອງປະຊາຊົນ.

TAG
VOV/VOVworld/ໄຊ​ສົມ​ພອນ ພົມ​ວິ​ຫານ/​ສະ​ພາ​ແຫ່ງ​ຊາດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ