logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຕ້ອນ​ຮັບ​ປະ​ທານ​ສາ​ນ​ປະ​ຊາ​ຊົນ​ສູງ​ສຸດ ລາວ

2022/5/12 | 23:00:00
(VOVWORLD) -    ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງ ສາດສະດາຈານ. ປອ.ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕີລາຄາສູງຕໍ່ສະພາບການຮ່ວມມືຂອງສານປະຊາຊົນສູງສຸດສອງປະເທດໃນໄລຍະຜ່ານມາ, ຕາມຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໃນປີ 2008 ແລະ ຂຶ້ນແຜນເຄື່ອນໄຫວຮ່ວມມືໃນປີ 2022.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານນາງ ສາດສະດາຈານ. ປອ.ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ລາວ (ພາບ: VOV)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍສານປະຊາຊົນສູງສຸດຂອງ ຫວຽດນາມ ຈະແບ່ງປັນປະສົບການກັບສານປະຊາຊົນສູງສຸດ ລາວ ໃນໄລຍະສ້າງຮ່າງມະຕິ ແລະ ແບບວິທີຜັນຂະຫຍາຍເນື້ອໃນດັ່ງກ່າວ ພາຍຫຼັງທີ່ໄດ້ຮັບການປະກາດໃຊ້. ຄຽງຄູ່ກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ແລະ ອົງການຕ່າງໆຂອງສະພາແຫ່ງຊາດ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບສານປະຊາຊົນສູງສຸດ ລາວ ໃນບັນດາຂົງເຂດທີ່ກ່ຽວຂ້ອງ.

ທ່ານປະທານສະພາແຫ່ງຊາດ ກໍປາດຖະໜາວ່າ ສານປະຊາຊົນສູງສຸດສອງປະເທດ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍົກສູງປະສິດທິຜົນການເຄື່ອນໄຫວໃນໄລຍະຈະມາເຖິງຢ່າງບໍ່ຢຸດຢັ່ງ. ໃນຖານະຕຳແຫນ່ງຂອງຕົນ, ປະທານສະພາແຫ່ງຊາດ ຈະສະໜັບສະໜູນ ແລະ ໃຫ້ການໜູນຊ່ວຍ ເພື່ອໃຫ້ສອງອົງການສືບຕໍ່ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.

TAG
VOV/VOVworld/ສານ​ປະ​ຊາ​ຊົນ​ສູງ​ສຸດ/ສະ​ພາ​ແຫ່ງ​ຊາດ/ໜູນ​ຊ່ວຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ